ສະຖານທູດອັງກິດ ປະຈຳອີຢິບ ຕ້ອງອັດປະຕູ ຍ້ອນບໍ່ຮັບປະກັນຄວາມສະຫງົບປອດໄພ

ສະຖານທູດອັງກິດ ປະຈຳອີຢິບ ຕ້ອງອັດປະຕູ ຍ້ອນບໍ່ຮັບປະກັນຄວາມສະຫງົບປອດໄພ - ảnh 1
(ພາບປະກອບ: Reuters)

(vovworld) – ຫ້ອງການ​ບໍລິການ​ແຫ່ງ​ລັດຂອງສະຖານທູດ​ອັງກິດ ປະຈຳ​ອີ​ຢິບ ຕ້ອງ​ອັດ​ປະຕູ​ໃນ​ວັນ​ທີ 07/12 ຍ້ອນບໍ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຍັງ​ບໍ່​ທັນ​ຮູ້​​ເວລາຈະ​ເປີດ​ປະຕູ​ຄືນ​ໃໝ່. ທ່ານ​ເອກ​ອັກຄະ​ລັດຖະທູ​ດອັງກິດ ປະຈຳ​ອີ​ຢິບ John Casson ​ຖະ​ແຫຼງວ່າ, ສະຖານທູດ​ພວມ​ປຶກສາ​ຫາລື​ກັບ​ລັດຖະບານ​ອີ​ຢິບ ​ເພື່ອ​ສາມາດ​ເປີດ​ປະຕູ​ຫ້ອງການ​ດັ່ງກ່າວ​ຄືນ​ໃໝ່​ໂດຍ​ໄວ, ພ້ອມ​ທັງ​ຢືນຢັນ​ວ່າ ສະຖານທູດ​ອັງກິດ​ປະຈຳ Alexandria ຍັງ​ເຄື່ອນ​ໄຫວ​ເປັນ​ປົກກະ​ຕິ. ​ໃນ​ຂະນະ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ອີ​ຢິບ ​ໃຫ້​ຮູ້​ວ່າ ການ​ກະທຳ​ດ​ັ່ງກ່າວ​ຂອງ​ອັງກິດ ​ແມ່ນ “ມາດ​ຕະການ​ປ້ອງ​ກັນ” ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ​ແຕ່ບໍ່​ໃຫ້​ຮູ້​ລາຍ​ລະອຽດ​ເທື່ອ. ກະຊວງ​ການ​ຕ່າງປະ​ເທດ​ອັງ​ກິດ ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນດາ​ການ​ປຸກ​ໂຈມ​ຕີ​ຢູ່​ອີ​ຢິບ ສ່ວນ​ຫຼາຍ​ແມ່ນ​ແນ​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສຳນັກງານ​ລັດຖະບານ, ​ແຕ່​ກໍ່ຕັກ​ເຕືອນນັກ​ທ່ອງ​ທ່ຽວ​ອັງກິດ ບໍ່​ຄວນ​ໄປ​ເຖິງ​ເຂດ​ຂາດ​ສະຖຽນ​ລະ​ພາບຢູ່​ທິດ​ເໜືອ Sinai ທີ່ຕິດ​ພັນ​ກັບ​ເຂດ​ຊາຍ​ແດນ ອິດສຣາແອນ ​ແລະ ຕ້ອງ​ຫ່າງ​ຈາກ​ເຂດ​ຊາຍ​ແດນຕິດ​ກັບ​ລີ​ບີ 50 ກມ.

ຂ່າວ/ບົດ​ອື່ນ