ສະພາຄວາມໝັ້ນຄົງສປຊກ່າວປະນາມເຫດຍິງລູກສອນໄຟໃໝ່ຂອງສປປເກົາຫຼີ

ສະພາຄວາມໝັ້ນຄົງສປຊກ່າວປະນາມເຫດຍິງລູກສອນໄຟໃໝ່ຂອງສປປເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ພ້ອມ​ກັບ​ເລື່ອງ​ກ່າວ​ປະນາມເຫດ​ຍິງ​ລູກ​ສອນ​ໄຟ​​ໃໝ່ຂອງ​ສປປ​ເກົາຫຼີ, ວັນ​ທີ 18/03, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກໍ່ກະຕຸກ​ຊຸກຍູ້ ພຽງ​ຢາງ ລະງັບ​​ບັນດາ​ການ​ກະທຳ​ທີ່​ສາມາດ​ເຮັດ​ໃຫ້​ສະພາບ​ການ​ໃນ​ແຫຼມ ​ເກ​ົາຫຼີ ​ເຄັ່ງ​ຕຶງ​ຂຶ້ນ​. ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ມາພາຍຫລັງ​ກອງ​ປະຊຸມ​ດ່ວນ​ກ່ຽວ​ກັບ​ບັນຫາ ​ເກົາຫຼີ, ສະພາ​ຄວາມ​ໝັ້ນຄົງ ​ເນັ້ນ​ໜັກວ່າ: ບັນດາ​ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ທັງໝົດ ​ແມ່ນ​ບໍ່​ສາມາດຍອມຮັບ​ໄດ້, ລະ​ເມີດ​ບັນດາມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ, ວາງອອກ​ໄພ​ນາບ​ຂູ່​​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ​​ໂລກ. ບັນດາ​ປະ​ເທດ​ສະມາຊິກ ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນຢ່າງ​ເລິກ​​ເຊິ່ງຕໍ່ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄພ​ດັ່ງກ່າວ. ທ່ານ Stephane Dujarric ​ໂຄ​ສົ​ກຂອງ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ​ເນັ້ນ​ໜັກ​ວ່າ ສະພາບ​ການ​ໃນ​ແຫຼມ​ເກົາຫຼີ, ລວມມີ​ບັນດາ​ເຫດ​ຍິງ​ລູກ​ສອນ​ໄຟ​ມໍ່ໆ​ມາ​ນີ້ ​ແມ່ນວິຕົກ​ກັງວົນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ