ສະພາຄວາມໝັ້ນຄົງສປຊສືບຕໍ່ຈັດວາງຄຳສັ່ງຂວ້ຳບາດສຳລັບລີບີ
ທະຫານລີບີ ໃນການປະທະກັນຢູ່ Bir al-Ghanam,ໃນວັນທີ 19/3.
(ພາບ: AFP/TTXVN)
|
(vovworld) - ວັນທີ 27/3, ທັງໝົດ 15 ສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ເຫັນດີເປັນເອກະສັນຮັບຮອງເອົາມະຕິຊຸກຍູ້ບັ້ນເຄື່ອນໄຫວຕ້ານກຳລັງອິດສະລາມ ຫົວຮຸນແຮງຢູ່ ລີບີ ແຕ່ສືບຕໍ່ຮັກສາຄຳສັ່ງຂວ້ຳບາດດ້ານອາວຸດສຳລັບປະເທດນີ້. ມະຕິດັ່ງກ່າວໂດຍ ຈໍແດນ ຮຽບຮຽງບໍ່ຕອບສະຫຼອງຄວາມມຸ່ງຫວັງຂອງອຳນາດການປົກຄອງ ລີບີ ໄດ້ຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດໃນຕະຫຼອດ 4 ປີຜ່ານມາ, ແຕ່ກໍ່ເປີດຄວາມສາມາດສະໜອງອາວຸດໃນກໍລະນີພິເສດລະອຽດ. ເອກະສານນີ້ກໍ່ສະເໜີຄະນະກຳມະການຂອງ ສະພາຄວາມໝັ້ນຄົງ ສປຊ ພິຈາລະນາບັນດາຂໍ້ສະເໜີຊື້ອາວຸດຂອງ ລີບີ ໂດຍໄວ. ພ້ອມກັນນັ້ນ, ມະຕິກໍ່ຕໍ່ກຳນົດເວລາບັນດາມາດຕະການສະກັດກັ້ນເລື່ອງສົ່ງອອກນ້ຳມັນ ອອກຈາກປະເທດນີ້ຢ່າງຜິດກົດໝາຍຮອດເດືອນ 3/2016.