ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິສະໜັບສະໜູນຂໍ້ຕົກລົງນິວເຄຼຍອີຣານ
ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິ
ສະໜັບສະໜູນຂໍ້ຕົກລົງນິວເຄຼຍອີຣານ
(ພາບ: reuters)
(vovworld) - ວັນທີ 20/07, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ກະກຽມໃຫ້ເລື່ອງຍົກເລີກບັນດາມາດຕະການລົງໂທດສາກົນ ແນໃສ່ພື້ນຖານເສດຖະກິດຂອງອີຣານ, ແຕ່ຍັງກ່າວເຕືອນວ່າ ອາດຈະຈັດວາງບັນດາຄຳສັ່ງລົງໂທດໃນຮອບເວລາ 10 ປີ ຈະມາເຖິງຄືນໃໝ່ ຖ້າຫາກອີຣານ ລະເມີດຂໍ້ຕົກລົງປະຫວັດສາດຫາກໍບັນລຸໄດ້ກັບກຸ່ມ P5+1 (ເຊິ່ງລວມມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ). ການກະທຳນີ້ເປັນຂີດໝາຍຂອງເລື່ອງສະຫະປະຊາຊາດສະໜັບສະໜູນຂໍ້ຕົກລົງດ້ານນິວເຄຼຍທີ່ຫາກໍບັນລຸໄດ້ຢູ່ໂອຕາລິດ ໃນສັບປະດາກ່ອນລະຫວ່າງອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກຢ່າງເປັນທາງການ. ເມື່ອບັນດາຄຳສັ່ງລົງໂທດຖືກຍົກເລີກ, ມະຕິ 7 ສະບັບຂອງສະຫະປະຊາຊາດກ່ຽວກັບການລົງໂທດອີຣານ ໄດ້ຮັບຮອງເອົາແຕ່ປີ 2006 ກໍຈະຖືກຍົກເລີກເທື່ອລະກ້າວ ດ້ວຍເງື່ອນໄຂອີຣານ ຕ້ອງປະຕິບັດຕາມຂໍ້ຕົກລົງນິວເຄຼຍທີ່ບັນລຸໄດ້ ກໍຄືໃຫ້ຄຳໝັ້ນສັນຍາບໍ່ພັດທະນາລູກລະເບີດນິວເຄຼຍ.