ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຕິບັດຄຳສັ່ງຢຸດຍິງລະຫວ່າງ ປາເລັດສະຕິນ- ອີສະລະແອນຢ່າງເຕັມສ່ວນ

(VOVWORLD) -ວັນທີ  22 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຕິບັດຄຳສັ່ງຢຸດຍິງຢ່າງເຕັມສ່ວນພາຍຫຼັງເກີດການປະທະກັນທີ່ແກ່ຍາວເປັນເວລາ 11 ວັນ ລະຫວ່າງອີສະລະແອນ ແລະ ປາເລັດສະຕິນຢູ່ເຂດກາຊາ
ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຕິບັດຄຳສັ່ງຢຸດຍິງລະຫວ່າງ ປາເລັດສະຕິນ- ອີສະລະແອນຢ່າງເຕັມສ່ວນ - ảnh 1ການປະທະກັນລະຫວ່າງອິສະລະແອນແລະຂະບວນການຮ່າມັດຂອງປະເລັດສະຕິນໄດ້ເຮັດໃຫ້ທັງສອງຝ່າຍມີຜູ້ເສຍຊີວິດກວ່າ 260 ຄົນ 

      ໃນຖະແຫຼງການສະບັບທຳອິດກ່ຽວກັບບັນຫານີ້, ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຊົມເຊີຍຖະແຫຼງການຢຸດຍິງເຊິ່ງເລີ່ມປະຕິບັດແຕ່ວັນທີ 21 ພຶດສະພາ ແລະ ຮັບຮອງບົດບາດທີ່ສຳຄັນຂອງເອຢິບແລະບັນດາປະເທດອື່ນໆໃນພາກພື້ນໃນການໄກ່ເກ່ຍການປະທະກັນ ພ້ອມກັນນັ້ນກໍ່ເນັ້ນໜັກວ່າຄວນປະຕິບັດການຊ່ວຍໜູນມະນຸດຊະທຳໃຫ້ແກ່ສາມັນຊົນປາເລັດສະຕິນໂດຍທັນທີ່ ພິເສດຢູ່ເຂດກາຊາ.

  ການປະທະກັນລະຫວ່າງອິສະລະແອນແລະຂະບວນການຮ່າມັດຂອງປະເລັດສະຕິນໄດ້ເຮັດໃຫ້ທັງສອງຝ່າຍມີຜູ້ເສຍຊີວິດກວ່າ 260 ຄົນ ນີ້ແມ່ນການປະທະກັນດ້ວຍອາວຸດຢ່າງຮ້າຍແຮງທີ່ສຸດລະຫວ່າງສອງຝ່າຍນັບແຕ່ເກີດສົງຄາມຢູ່ເຂດ ກາຊາ ປີ 2014

ຕອບກັບ

ຂ່າວ/ບົດ​ອື່ນ