ສະພາ​ຕໍ່າ ສ.​ເຊັກ​ໂກ ຮັບຮອງ​ເອົາ ສັນຍາ​ອາລັກຂາ​ການ​ລົງທຶນ ຫວຽດນາມ - ອີ​ຢູ

(VOVWORLD) -ວັນທີ 13 ກຸມພາ, ສະພາຕໍ່າ ສ.ເຊັກໂກ ໄດ້ຮັບຮອງເອົາມະຕິວ່າດ້ວຍການສະໜັບສະໜູນຂໍ້ຕົກລົງສາກົນບາງສະບັບ, ໃນນັ້ນລວມມີສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVIPA).

         ທ້າຍເດືອນມັງກອນຜ່ານມາ, ສະພາສູງ ເຊັກໂກ ໄດ້ໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ. ການກະທໍາດັ່ງກ່າວ ໄດ້ດໍາເນີນໄປໃນສະພາບທີ່ຫາງສຽງ ສ.ເຊັກໂກ ມີການຄັດຄ້ານຢ່າງຮຸນແຮງ ພາຍຫຼັງທີ່ ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ອີີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃນວັນທີ 12 ກຸມພາ.

        ທ່ານ Dita Charanzova ຮອງປະທານ EP  ຖືວ່າ ຄະນະກໍາມະການເອີຣົບ ໄດ້ເຈລະຈາກ່ຽວກັບສັນຍາທີ່ມີຄຸນນະພາບໄດ້ຢ່າງສໍາເລັດ ຊຶ່ງເປັນການສ້າງເງື່ອນໄຂເປີດຕະຫຼາດໃໝ່ໃຫ້ແກ່ບັນດາບໍລິສັດຂອງ ເຊັກໂກ ແລະ ສັນຍາການຄ້າກັບບັນດາປະເທດ ຄື ຫວຽດນາມ ແມ່ນມີຄວາມໝາຍສໍາຄັນສໍາລັບ ການສົ່ງອອກຂອງ ເຊັກໂກ.

ນັກຂ່າວ VOV ຖະແຫຼງຂ່າວຈາກ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ