ສະພາຕໍ່າອາເມລິກາ ຄັດຄ້ານການທົດລອງ ນິວເຄຼຍຂອງ ສປປ.ເກົາຫຼີ

ສະພາຕໍ່າອາເມລິກາ ຄັດຄ້ານການທົດລອງ ນິວເຄຼຍຂອງ ສປປ.ເກົາຫຼີ - ảnh 1
(ພາບ: world.kbs.co.kr)
(vovworld) -     ດ້ວຍ​ອັດຕາ 412 ບັດ​​ເຫັນ​ດີ ​ແລະ 2 ບັດ​ຄັດຄ້ານ, ວັນ​ທີ 15/02, ສະພາ​ຕໍ່າອາ​ເມ​ລິ​ຫາ ​ໄດ້​ຮັບ​ຮອງ​ເອົາ​ມະຕິ​ກ່າ​ວປະນາມ​ການ​ທົດ​ລອງ​ນິວ​ເຄຼຍຫວ່າງ​ມໍ່ໆ​ມາ​ນີ້​ຂອງ ສປປ.​ເກົາຫຼີ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຮັດ​ແໜ້ນ​ການ​ລົງ​ໂທດ​ແນ​ໃສ່​ພຽງ​ຢາງ. ມະຕິ​ດັ່ງກ່າວ​ໄດ້​ຖື​ວ່າ “ການ​ນາບ​ຂູ່​ທີ່​ຮ້າຍ​ແຮງ​ເຊິ່ງບັນດາ​ໂຄງການ​ລູກ​ສອນ​ໄຟ ​ແລະ ອາວຸດ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ທີ່​ອາດ​ຈະກໍ່​ຂຶ້ນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ອາ​ເມ​ລິ​ຫາ, ​ແມ່ນອີ່​ງ​ໃສ່​ຄວາມ​ອາດສາມາດ​ຂອງ​ບັນດາ​ປະ​ເພດອາວຸດ​ນີ້​ສາມາດ​ຍິງ​ເຖິງ​ເຂດ​ດິນ​ແດນ​ອາ​ເມ​ລິ​ກາ”. ນອກຈາກ​ນັ້ນ, ​ມະ​ຕິ​ຍັງ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ ວໍ​ຊິງ​ເຕັນ ທີ່​ມີ​ຕໍ່​ປະ​ເທດພັນ​ທະ​ມິດ​ຍີ່​ປຸ່ນ ​ແລະ ສ.​ເກົາຫຼີ, ພ້ອມ​ທັບ​ຮຽກຮ້ອງ​ໃຫ້​ຈີນ ກໍ່​ຄວາມ​ກົດ​ດັນ​ເພື່ອ​​ໃຫ້ການ​ນຳ​ພຽງ​ຢາງ ປະລະ​ບັນດາ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ, ​ເພື່ອ​​ແລກປ່ຽນ​ບ້ວງ​ເງິນ​ອຸປະ​ຖຳສຳຄັນ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ຮຽກຮ້ອງ​ໃຫ້ ສປປ.​ເກົາຫຼີ ຈົ່ງ​ລະງັບບັນດາ​ການ​ເຄື່ອນ​ໄຫວ​ເກາະ​ຜິດ ພາຍຫຼັງ​ມີ​ບັນດາ​ຂໍ້​ມູນ​ຂ່າວສານຖື​ວ່າ ພຽງ​ຢາງ ຄາດ​ຄະ​ເນວ່າ​ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ​ເປັນ​ຫຼາຍ​ຄັ້ງ​ອີກ.
ຂ່າວ/ບົດ​ອື່ນ