ສະ​ພາບ​ການ​ສູ້​ຮົບ​ຢູ່​ຕາ​ເວັນ​ອອ​ກາງ

(VOVWORLD) - ວັນທີ 19 ກໍລະກົດ, ບັນດາກຸ່ມປະກອບອາວຸດພາກພື້ນ ໄດ້ພ້ອມກັນປະກາດດຳເນີນການບຸກໂຈມຕີໄລຍະໄກ ເຂົ້າເຂດດິນແດນ ອິດສະຣາແອັນ.
ສະ​ພາບ​ການ​ສູ້​ຮົບ​ຢູ່​ຕາ​ເວັນ​ອອ​ກາງ - ảnh 1

(ພາບ: Reuters)

   ໜ້າເອົາໃຈໃສ່ແມ່ນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໂດຍກຳລັງ Houthi ຢູ່ Yemen ດຳເນີນ ເຂົ້າໃນນະຄອນ Tel Aviv, ທາງພາກກາງ ອິດສະຣາແອັນ ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 1 ຄົນເສຍຊີວິດ ແລະ ມີຜູ້ຖືກບາດເຈັບຈຳນວນໜຶ່ງ.

ແລະ ກໍ່ໃນວັນທີ 19 ກໍລະກົດ, ກຳລັງ Hezbollah ຢູ່ Lebanon ໄດ້ຍິງລູກສອນໄຟ 65 ລູກໃສ່ເຂດຊຸມຊົນທາງພາກເໜືອ ອິດສະຣາແອັນ. ຫຼັງຈາກນັ້ນພຽງ 2,3 ຊົ່ວໂມງ, ຕອນຄ່ຳວັນທີ 19 ກໍລະກົດ, ອົງການໃສ່ຊື່ບັນດາກຸ່ມປະກອບອາວຸດ ອີຣັກ ກໍ່ໄດ້ປະກາດໄດ້ດຳເນີນການຍິງລູກສອນໄຟໄລຍະໄກ ເຂົ້ານະຄອນທ່າກ່ຳປັ່ນ Haifa ຂອງ ອິດສະຣາແອັນ. ກອງທັບອິດສະຣາແອັນ ຍັງບໍ່ທັນຢັ້ງຢືນການບຸກໂຈມຕີຄັ້ງນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ