ສະພາບເສດຖະກິດຂອງ ຫວຽດນາມ ໃນເດືອນ ກໍລະກົດ ບັນລຸໝາກຜົນທີ່ໜ້າປະເອີບໃຈຫຼາຍຢ່າງ

(VOVWORLD) - ຂົງເຂດຜະລິດອຸດສາຫະກຳໃນເດືອນ ກໍລະກົດ ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນ ມິຖຸນາ ແລະ ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ສະພາບເສດຖະກິດຂອງ ຫວຽດນາມ ໃນເດືອນ ກໍລະກົດ ບັນລຸໝາກຜົນທີ່ໜ້າປະເອີບໃຈຫຼາຍຢ່າງ - ảnh 1(ພາບປະກອບ: VGP)

        ບົດລາຍງານຂອງກົມໃຫຍ່ສະຖິຕິ ຫວຽດນາມ ປະກາດໃນວັນທີ 29 ກໍລະກົດ, ສະແດງໃຫ້ເຫັນວ່າ, ໃນເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີ 2024, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ສະພາບການເສດຖະກິດ - ສັງຄົມຂອງ ຫວຽດນາມ ຍັງຮັກສາທ່າອ່ຽງຕັ້ງໜ້າ, ບັນດາຂະແໜງ, ຂົງເຂດບັນລຸໝາກຜົນສຳຄັນຫຼາຍຢ່າງ, ສ້າງທ່ວງທ່າເຕີບໂຕໃຫ້ບັນດາເດືອນ, ໄຕມາດຕໍ່ໆໄປ.

        ຂົງເຂດຜະລິດອຸດສາຫະກຳໃນເດືອນ ກໍລະກົດ ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນ ມິຖຸນາ ແລະ ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມແລ້ວ, ດັດຊະນີການຜະລິດຂອງທົ່ວຂະແໜງອຸດສາຫະກຳ ຄາດວ່າເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ໄລ່ລວມໃນໄລຍະ 7 ເດືອນ, ຫວຽດນາມ ມີວິສາຫະກິດ 95.000 ກວ່າແຫ່ງຈົດທະບຽນສ້າງຕັ້ງໃໝ່. ພ້ອມກັນນັ້ນ, ມີວິສາຫະກິດກວ່າ 44.000 ແຫ່ງກັບຄືນສູ່ການເຄື່ອນໄຫວ, ຍົກຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ກັບຄືນເຄື່ອນໄຫວໃນ 7 ເດືອນຜ່ານມາຂຶ້ນເກືອບ 139.500 ແຫ່ງ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ຈຳນວນເງິນລົງທຶນຈາກຕ່າງປະເທດຈົດທະບຽນລົງທຶນເຂົ້າ ຫວຽດນາມ (FDI) ໄລ່ຮອດວັນທີ 20 ກໍລະກົດ ແມ່ນກວ່າ 18 ຕື້ USD, ເພີ່ມຂຶ້ນເກືອບ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ໄລ່ລວມ 7 ເດືອນຂອງປີ 2024, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າບັນລຸເກືອບ 440 ຕື້ USD, ເພີ່ມຂຶ້ນກວ່າ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ