ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມພວມໄດ້ຮັບ ການປັບປຸງເທື່ອລະກ້າວ
(ພາບປະກອບ)
(vovworld) – ວັນທີ 04/11, ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ, ກົມໃຫຍ່ສະຖິຕິ ແລະ ມະຫາວິທະຍາໄລ Copenhagen ສົມທົບກັນຈັດຕັ້ງກອງປະຊຸມສຳມະນາປະກາດບົດລາຍງານ “ລັກສະນະສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ - ໝາກຜົນການສຳຫຼວດວິສາຫະກິດຂະໜາດນ້ອຍ ແລະ ກາງປີ 2013”. ຕາມໝາກຜົນການສຳຫຼວດແລ້ວ, ມີປະມານ 70% ວິສາຫະກິດ ໄດ້ຮັບການສຳຫຼວດຖືວ່າ ວິກິດການເສດຖະກິດທົ່ວໂລກຍັງສົ່ງຜົນສະທ້ອນຫຍໍ້ທໍ້ເຖິງເງື່ອນໄຂດຳເນີນທຸລະກິດປີ 2013 ແລະ ມີພຽງ 15% ຈຳນວນວິສາຫະກິດບໍ່ຖືກຜົນກະທົບທີ່ຫຍໍ້ທໍ້ຈາກວິກິດການປີ 2007 – 2008. ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ, ໝາກຜົນການສຳຫຼວດ 2.500 ວິສາຫະກິດຊີ້ໃຫ້ເຫັນວ່າ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງແລ້ວແຕ່ຍັງຄົງຊັກຊ້າຢູ່. ບົດລາຍງານໄດ້ສະໜອງບັນດາຂໍ້ມູນກ່ຽວກັບສະພາບຕົວຈິງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຫວຽດນາມ ແລະ ສິ່ງກີດຂວາງຕົ້ນຕໍຈຳນວນໜຶ່ງຂອງພາກສ່ວນວິສາຫະກິດດັ່ງກ່າວ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານສາກົນສະເໜີ, ບັນດາໂຍບາຍຂອງຫວຽດນາມ ໃນໄລຍະຈະມາເຖິງ ຕ້ອງສຸມໃສ່ເຖິງການຍົກສູງຄວາມສາມາດທີ່ມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.