ສະພາເອີລົບ ຮັບຮອງເອົາຂໍ້ຕົກລົງເຊື່ອມຕໍ່ ອີຢູ - ຢູແກຼນ

(VOVWORLD) - ວັນທີ 11 ກໍລະກົດ, ສະພາເອີລົບ ໄດ້ຮັບຮອງເອົາສັນຍາຮ່ວມສຳພັນສະຫະພາບ ເອີລົບ (ອີຢູ) - ຢູແກຼນ ທີ່ເຄີຍໄດ້ລົງນາມໃນປີ 2014 ເພື່ອແນໃສ່ສ້າງຕັ້ງການຮ່ວມສຳພັນທາງການເມືອງ ແລະ ເສດຖະກິດລະຫວ່າງສຳພັນທະມິດນີ້ກັບ ຢູແກຼນ. 
ສະພາເອີລົບ ຮັບຮອງເອົາຂໍ້ຕົກລົງເຊື່ອມຕໍ່ ອີຢູ - ຢູແກຼນ - ảnh 1 ພາບປະກອບ

ຕາມນັ້ນແລ້ວ, ອີຢູ ແລະ ຢູແກຼນ ໃຫ້ຄຳໝັ້ນສັນຍາສ້າງຕັ້ງ “ການພົວພັນສະໜິດສະໜົມ, ຍາວນານໃນທຸກໆຂົງເຂດນະໂຍບາຍສຳຄັນ”. ການຮັບຮອງເອົານີ້ຈະອະນຸຍາດໃຫ້ 2 ຝ່າຍປະຕິບັດສັນຍາຢ່າງຄົບຖ້ວນແຕ່ວັນທີ 1 ກັນຍາ 2017. ເຖິງຢ່າງໃດກໍ່ຕາມ, ຕາມສັນຍາແລ້ວ, ຢູແກຼນ ຕ້ອງຮັບຮອງເອົາບັນດາໂຄງການປະຕິຮູບ, ໃນນັ້ນມີການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຄຸ້ມຄອງການເງິນສາທາລະນະ, ຈັດແບ່ງສິດອຳນາດ ແລະ ຂົງເຂດພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ