ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ເອົາ​ການ​ແຕ່ງ​ຕັ້ງ​ບຸກ​ຄ​ະ​ລາ​ກອນ​ໃນ​ວັນ​ທີ 24 ມິ​ຖຸ​ນາ

(VOVWORLD) - ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກໄດ້ລົງປະຊາມະຕິຮັບຮອງເອົາການປັບປຸງແຜນການກອງປະຊຸມ. 
ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ເອົາ​ການ​ແຕ່ງ​ຕັ້ງ​ບຸກ​ຄ​ະ​ລາ​ກອນ​ໃນ​ວັນ​ທີ 24 ມິ​ຖຸ​ນາ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ຕາມນັ້ນແລ້ວ, ສະພາແຫ່ງຊາດໄດ້ເພີ່ມເຕີມເນື້ອໃນໃຫ້ສັດຕະຍາບັນແຕ່ງຕັ້ງປະທານສານປະຊາຊົນສູງສຸດໃນແຜນການກອງປະຊຸມຄັ້ງທີ 5, ພ້ອມທັງປັບປຸງແຜນການກອງປະຊຸມ. ເນື້ອໃນພິຈາລະນາ ປະຕິບັດວຽກງານແຕ່ງຕັ້ງບຸກຄະລາກອນຈະດຳເນີນໃນວັນທີ 24 ມິຖຸນາ, ມື້ເຮັດວຽກສຸດທ້າຍຂອງກອງປະຊຸມ.

ໃນຕອນບ່າຍວັນນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາ ຫົວຂໍ້ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງຕະຫຼາດອະສັງຫາລິມະສັບ ແລະ ການພັດທະນາເຮືອນຢູ່ສັງຄົມນັບແຕ່ປີ 2015 ຫາປີ 2023”, ຮັບຮອງເອົາກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ກຳນົດຂອງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ.

ກ່ອນໜ້ານັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບການແຈກຢາຍທຶນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ