ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍລົງນາມແລະປະຕິບັດສົນທິສັນຍາສາກົນ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍລົງນາມແລະປະຕິບັດສົນທິສັນຍາສາກົນ - ảnh 1
(ພາບປະກອບ)

(vovworld) - ຮ່າງ​ກົດໝາຍ​ລົງ​ນາມ,​ ເຂົ້າ​ເປັນ​ສະມາຊິກ ​ແລະ​ ປະຕິບັດ​ສົນ​ທິສັນຍາ​ສາກົນ (ສະບັບ​ປັບປຸງ) ​ແລະ ​ການໃຫ້​ສັດຕະຍາບັນ​ອະນຸ​ສັນຍາ​ປັບປຸງ​ສັນຍາສ້າງ​ຕັ້ງອົງການ​ການ​ຄ້າ​ໂລກ (WTO), ​ແມ່ນ​ສອງ​ເນື້ອ​ໃນ​ທີ່​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປຶ​ກສາ​ຫາລື​ໃນ​ຕອນ​ບ່າຍ​ວັນ​ທີ 5/11 ຢູ່​ຮ່າ​ໂນ້ຍ.

ສຳລັບຮ່າງ​ກົດໝາຍ​ລົງ​ນາມ,​ ເຂົ້າ​ເປັນ​ສະມາຊິກ ​ແລະ​ ປະຕິບັດ​ສົນ​ທິສັນຍາ​ສາກົນ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຢືນຢັນ, ນີ້​ແມ່ນ​ຮ່າງ​ກົດໝາຍ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ ​ແລະ ທັນ​ການ. ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ປະກອບ​ຄວາມ​ເຫັນ ຄວນ​ເປີ​ດ​ເຜີ​ຍບັນດາ​ສົນທິສັນຍາສາກົນ​ທີ່​ມີ​ຜົນ​ສັກສິດ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ. ນອກ​ນັ້ນ​ລັດຖະບານ​ກໍ່​ຕ້ອງ​ສ້າງ​ຕັ້ງ​ອົງການ​ຮັບຜິດຊອບ​ສະ​ເພາະກ່ຽວ​ກັບ​ບັນຫາ​ນີ້.

ສຳລັບເລື່ອງ​ໃຫ້​ສັດຕະຍາບັນ​ອະນຸ​ສັນຍາ​ປັບປຸງ​ສັນຍາສ້າງ​ຕັ້ງອົງການ​ການ​ຄ້າ​ໂລກ (WTO), ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ສະພາ​ແຫ່ງ​ຊາດ​ເຊັນ​ອະນຸ​ສັນຍາ​ນີ້​ໂດຍ​ໄວ. ​ເລື່ອງເຊັນ​ອະນຸ​ສັນຍາ​ນີ້​ໂດຍ​ໄວ ​ແມ່ນ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ, ລັດ ​ໃນ​ການ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ​ໃນ​ບັນດາ​ອົງການ​ສາກົນ​ເວົ້າ​ລວມ ​ແລະ ​ໃນ WTO ​ເວົ້າ​ສະ​ເພາະ.

 

ຂ່າວ/ບົດ​ອື່ນ