ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍເຂດປົກຄອງ-ເສດຖະກິດພິເສດເວີນດົນ,ບັກເວີນຟອງ,ຟຸກ໋ວກ

(VOVWORLD) -ໃນວັນທີ 23 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ຮັບຟັງບົດລາຍງານ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍເຂດປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟຸກ໋ວກ.

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍເຂດປົກຄອງ-ເສດຖະກິດພິເສດເວີນດົນ,ບັກເວີນຟອງ,ຟຸກ໋ວກ - ảnh 1 ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍເຂດປົກຄອງ-ເສດຖະກິດພິເສດເວີນດົນ, ບັກເວີນຟອງ,ຟຸກ໋ວກ

(ພາບ: quochoi.vn)

ເມື່ອສະເໜີຮ່າງກົດໝາຍທີ່ຫໍປະຊຸມ, ທ່ານຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ: ຫວຽດນາມ ມີນະໂຍບາຍພິເສດ ແລະ ສ້າງເງື່ອນໄຂສະດວກເພື່ອແນໃສ່ດຶງດູດການລົງທຶນເຂົ້າໃນບັນດາຂະແໜງ, ອາຊີບຮັບບຸລິມະສິດພັດທະນາຂອງເຂດເສດຖະກິດພິເສດ; ສ້າງບັນດາເຂດເສດຖະກິດພິເສດຕາມທິດຂຽວ - ມີພູມປັນຍາ - ໝັ້ນຄົງ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ, ປົກປັກຮັກສາການເມືອງ - ສັງສົມໃຫ້ມີສະຖຽນລະພາບ. ທ່ານ ຫງວຽນຄັກດິ້ງ ກ່າວວ່າ:

      “ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ເນື້ອໃນກ່ຽວກັບການວາງແຜນຜັງເຂດເສດຖະກິດພິເສດໄດ້ຮັບການປັບປຸງ, ເຮັດແຈ້ງທີ່ຕັ້ງ, ລັກສະນະຂອງການວາງແຜນຜັງເຂດເສດຖະກິດພິເສດແມ່ນການວາງແຜນຜັງຂຶ້ນກັບລະບົບການວາງແຜນຜັງແຫ່ງຊາດ. ກ່ຽວກັບນະໂຍບາຍພິເສດໃນການລົງທຶນດຳເນີນທຸລະກິດ, ຄະນະປະຈຳສະພາແຫ່ງຊາດ ໄດ້ເພີ່ມເຕີມໃສ່ຮ່າງກົດໝາຍ ບາງຂະແໜງອາຊີບການບໍລິການ, ການເງິນພິເສດສຳລັບເຂດເສດຖະກິດພິເສດເວີນດົນ; ປັບປຸງຂອບຂະໜາດເງິນລົງທຶນຕ່ຳສຸດສຳລັບເຂດການບໍລິການທ່ອງທ່ຽວ ແລະ ເຂດລະຫຼີ້ນສັງລວມ, ທ່າອາກາດສະຍານສາກົນ”.

      ປຶກສາຫາລືທີ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເປັນເອກະພາບກ່ຽວກັບເລື່ອງປະກາດໃຊ້ກົດໝາຍວ່າດ້ວຍເຂດປົກຄອງ - ເສດຖະກິດພິເສດເຊິ່ງໄດ້ຫັນແຜນນະໂຍບາຍຂອງພັກ ແລະ ຂໍ້ກຳນົດຂອງລັດຖະທຳມະນູນເປັນນິຕິກຳ.

      ແລະກໍ່ໃນວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງບັນດາກົດໝາຍກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ; ຫຼັງຈາກນັ້ນກໍ່ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງບັນດາກົດໝາຍທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ; ຮ່າງກົດໝາຍວ່າດ້ວຍການປູກຝັງ.

ຕອບກັບ

ຂ່າວ/ບົດ​ອື່ນ