(vovworld) - ວັນທີ 7/11, ໃນມື້ເຮັດວຽກທີ 14 ຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍໃນການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງຕໍ່ບັນດາຂໍ້ຕົກລົງບໍລິຫານກ່ຽວກັບທີ່ດິນ.
ຕາມຕົວເລກສະຖິຕິແລ້ວ, ໃນຈຳນວນໃບຮ້ອງທຸກ, ຮ້ອງຟ້ອງແຕ່ລະປີ, ບັນດາອົງການບໍລິຫານລັດ ໄດ້ຮັບໃບຮ້ອງທຸກ, ຮ້ອງຟ້ອງ ກ່ຽວກັບການຍາດຊິງທີ່ດິນປະມານ 70%. ບັນດາຄຳເຫັນໄດ້ຖືວ່າ ຕ້ອງເປັນເອກະພາບໃນທົ່ວປະເທດກ່ຽວກັບນະໂຍບາຍໜູນຊ່ວຍ, ຊົດເຊີຍທີ່ດິນໃຫ້ຜູ້ຖືກຖອນທີ່ດິນຄືນຄື; ບຳລຸງສ້າງວິຊາຊີບ, ແກ້ໄຂວຽກເຮັດງານທຳ, ໜູນຊ່ວຍການບໍລິການ, ຕັ້ງຖິ່ນຖານຄົງທີ່ຄືນໃໝ່, ອອກໜັງສືໂອນສິດນຳໃຊ້ທີ່ດິນໃຫ້ແກ່ປະຊາຊົນໃຫ້ສຳເລັດໂດຍໄວ. ທ່ານ Tran Van Tan ສະມາຊິກສະພາແຫ່ງຊາດແຂວງ Tien Giang ປະກອບຄຳເຫັນວ່າ.
“ຂ້າພະເຈົ້າສະເໜີວ່າ ລາຄາທີ່ດິນໂດຍລັດກຳນົດ, ເໝາະສົມກັບກົນໄກການຕະຫຼາດມີການຄຸ້ມຄອງຂອງລັດ. ເພີ່ມທະວີວຽກງານຄຸ້ມຄອງລັດຕໍ່ກັບທີ່ດິນ ຈາກການວາງແຜນກຳນົດ ເຖິງແຜນການນຳໃຊ້ທີ່ດິນ. ຖອນຄືນທີ່ດິນທີ່ໄດ້ມອບ, ໃຫ້ເຊົ່າແຕ່ບໍ່ຖືກເປົ້າໝາຍ, ນຳໃຊ້ຢ່າງບໍ່ມີປະສິດທິຜົນ, ນຳໃຊ້ຜິດກັບຈຸດໝາຍຢ່າງເດັດຂາດ. ແກ້ໄຂຢ່າງທັນການ, ເຂັ້ມງວດສຳລັບບັນດາກໍລະນີລະເມີດກົດໝາຍກ່ຽວກັບທີ່ດິນ, ສ້ໍລາດບັງຫຼວງກ່ຽວກັບທີ່ດິນ. ເລື່ອງຖອນທີ່ດິນຄືນ, ສ້າງວິທີການຊົດເຊີຍ, ໜູນຊ່ວຍການຕັ້ງຖິ່ນຖານຄົງທີ່ຄືນໃໝ່ຕ້ອງມີປະຊາທິປະໄຕ, ເປີດເຜີຍ ແລະ ໃກ້ຊິດກັບສະພາບຕົວຈິງ”.
ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບບັນດາມາດຕະການຍົກສູງຄວາມສາມາດໃນການຄຸ້ມຄອງທີ່ດິນ ກໍຄືເລື່ອງແກ້ໄຂບັນດາການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງກ່ຽວກັບທີ່ດິນ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ຊິ່ງແວດລ້ອມຫວຽດນາມ Nguyen Minh Quang ໄດ້ຢືນຢັນວ່າ ກ່ອນອື່ນໝົດແມ່ນຕ້ອງປັບປຸງກົດໝາຍວ່າດ້ວຍທີ່ດິນ ແລະ ບັນດາເອກະສານທີ່ກ່ຽວຂ້ອງເຖິງກົດໝາຍນີ້.
“ກອງປະຊຸມຄັ້ງໜ້າ, ພວກຂ້າພະເຈົ້າຈະຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງກົດໝາຍສະບັບປັບປຸງຂອງກົດໝາຍວ່າດ້ວຍທີ່ດິນປີ 2003. ກໍ່ສ້າງພື້ນຖານຂໍ້ມູນຄຸ້ມຄອງທີ່ດິນ, ຕາມທິດຍາວນານເຮັດແນວໃດເນື້ອທີ່ດິນຂອງຜູ້ນຳໃຊ້ຕ້ອງມີໃນລະບົບຄຸ້ມຄອງຂໍ້ມູນທີ່ດິນ, ເຮັດໄດ້ຄືແນວນັ້ນຈຶ່ງສາມາດຄຸ້ມຄອງໄດ້. ພວກຂ້າພະເຈົ້າຖືວ່າ ຕ້ອງປະຕິບັດຂອດແກ້ໄຂການຍາດຊິງ, ຮ້ອງທຸກຈາກຂັ້ນລຸ່ມຕາມສິດອຳນາດຂອງຕົນແລ້ວ ຈຶ່ງແກ້ໄຂຢູ່ຂັ້ນສູນກາງ. ສຸດທ້າຍແມ່ນເພີ່ມທະວີວຽກງານເຜີຍແຜ່ກົດໝາຍທີ່ດິນສຳລັບຜູ້ນຳໃຊ້ທີ່ດິນ”.
ເພື່ອສ້າງກອບກົດໝາຍເພື່ອແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງກ່ຽວກັບທີ່ດິນ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ສະພາແຫ່ງຊາດຄວນປະກາດມະຕິກ່ຽວກັບການປະຕິບັດນະໂຍບາຍກົດໝາຍໃນການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງກ່ຽວກັບທີ່ດິນໂດຍໄວ.