ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາຮ່າງກົດໝາຍ

ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາຮ່າງກົດໝາຍ - ảnh 1
(ພາບ​ປະ​ກອບ: baogiaothong.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 11/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ (ສະ​ບັບ​ປັບ​ປຸງ) ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການຖ່​າຍ​ຖອດ​ເຕັກ​ໂນ​ໂລ​ຊີ (ສະ​ບັບ​ປັບ​ປຸງ). ຜ່ານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖືວ່າ, ຈຳ​ເປັນ​ຕ້ອງ​ປັບ​ປຸງກົດ​ໝາຍ​ວ່າ​ດ້ວຍ​ການຖ່​າຍ​ຖອດເຕັກ​ໂນ​ໂລ​ຊີ (ສະ​ບັບ​ປັບ​ປຸງ) ເພື່ອ​ຫັນ​​ແນວ​ທາງ​ປ່ຽນ​ໃໝ່​ຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊ​ີ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ທັນ​ການ, ຖື​ວິ​ສາ​ຫ​ິດ​ເປັນ​ໃຈ​ກາງ​ຂອງ​ການ​ປ່ຽນ​ໃໝ່, ນຳ​ໃຊ້ ແລະ ຖ່​າຍ​ຖອດເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ຍົກ​ສ​ູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ຜ​ະ​ລິດ​ຕະ​ພັນ, ກຳ​ລັງ​ແກ​່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ… ພ້ອມ​ທັງ, ຄວບ​ຄຸມ​ການມອບ​ສົ່ງ​ເຕັກ​ໂນ​ໂລ​ຊີ​ຈາກ​ຫວຽດ​ນາມ ໄປ​ຕ່າງ​ປະ​ເທດ​ເທື່ອ​ລະ​ກ້າວ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດ​ນາມ ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ການ​ຖ່​າຍ​ຖອດເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ຜະ​ລິດ​ກະ​ສິ​ກຳ, ບັນ​ດ​າ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີເພີ່ມ​ເຕ​ີ່​ນ​ໃສ່​ຮ່າງ​ກົດ​ໝາຍ​​ທີ່ກຳ​ນົດ​ກ່ຽວ​ກັບ​ການມອບ​ສົ່ງ​ເຕັກ​ໂຊ​ໂລ​ຊີ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການຖ່​າຍ​ຖອດເຕັກ​ໂນ​ໂລ​ຊີ, ນຳ​ໃຊ້​ບັນ​ດາ​ໝາກ​ຜົນ​​ແຫ່ງ​ການ​ຄົ້ນ​ຄວ້າ​ເຂົ້າ​ການ​ຜະ​ລິດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ