ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນ

ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງກວກ​ຫຽນ 
ພາບ:baotintuc

(vovworld)-ຕອນ​ບ່າຍ​ວັນ​ທີ 9/3, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Michael Michalak, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາ​ເປັນ​ຫົວ​ຫ​ນ້າ​ຄະ​ນະ​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຟຸ່ງກວກ​ຫຽນ ໄດ້​ຢືນ​ຢັນ​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ ແລະ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ຜະ​ລິດ. ທ່ານ ຟຸ່ງກວກ​ຫຽນ​ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ພວມ​ສືບ​ຕໍ່​ສ້າງ​ສຳ​ເລັດ​ລະ​ບົບ​ກົດ​ໝາຍ​ຕາມ​ທິດ​ເປີດ​ເຜີຍ, ໂປ່ງ​ໃສ. ທ່ານ​ຮອງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ສະ​ເຫນີ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ເມື່ອ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ຄວນ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ບັນ​ຫາ​ປົກ​ປັກ​ຮັກ​ສາສິ່ງ​ແວດ​ລ້ອມ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ .. ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ສ່ວນ​ທ່ານ Michael Michalak ໃຫ້​ຮູ້​ວ່າ: ຈຸດ​ປະ​ສົງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ປາດ​ຖະ​ຫນາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ