ສະພາແຫ່ງຊາດອັງກິດສືບສວນບັນດາອົງການສືບລາຊະການລັບນຳໃຊ້ຮູບການທໍລະມານນັກໂທດ

ສະພາແຫ່ງຊາດອັງກິດສືບສວນບັນດາອົງການສືບລາຊະການລັບນຳໃຊ້ຮູບການທໍລະມານນັກໂທດ - ảnh 1
 ທ່ານ Malcolm Rifkind
(ພ​າບ: tuoitre.vn)

(vovworld) – ວັນ​ທີ 14/12, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສືບ​ລາ​ຊະ​ການ​ລັບ ອັງ​ກິດ (ISC) Malcolm Rifkind ໃຫ້​ຮູ້​ວ່າ: ISC ຈະ​ຮຽກ​ຮ້ອງ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ສະ​ໜອງ​ບັນ​ດາ​ຕອນ​ຖືກ​ລືບ​ຕາມ​ຂໍ້​ສະ​ເໜີ​ຂອງວົງ​ການ​ສືບ​ລາ​ຊະ​ການ​ລັບ ອັງ​ກິດ​ໃນ​ບົດ​ລາຍ​ການໂດຍ​ຫຍໍ້​ຂອງ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA) ກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ການ​ທໍ​ລະ​ມານ​ສຳ​ລັບ​ບັນ​ດາ​ຜູ້​ຖືກ​ສົງ​ໄສ​ແມ່​ນ​ພາກ​ສ່ວນກໍ່​ການ​ຮ້າຍ, ເພື່ອ​ກຳ​ນົດ​ວ່າ​​ຈະມີ​​ສ່ວນກ່ຽວ​ຂ້ອງ​ຂອງ​ນັກ​ສ​ືບ ອັງ​ກິດ ສຳ​ລັບ​ບັນ​ດາ​ມາດ​ຕະ​ການນີ້ ຫຼື ບໍ່? ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Malcolm Rifkind ໃຫ້​ຄຳ​ໝັ້​ນ​ສັນ​ຍາ ISC ຈະ​ສືບ​ສວນ​ຢ່າງ​ປອດ​ໄສ ແລະ ຈະ​ສະ​ເໜີ ອາ​ເມ​ລິ​ກາ ​​ສະ​ໜອງບັນ​ດາ​ເອ​ກະ​ສາ​ນ​ລັບ​​ໃຫ້ ອັງ​ກ​ິດ ​ເຊິ່ງ​ຖືກ​ລືບ​ໃນ​ບົດ​ລາຍ​ງານ​ຂອງ CIA. ຖ້າ​ຫາກ​ພົບ​ເຫັນ​ບໍ່​ວ່າ​ພະ​ຍານຫຼັກ​ຖານ​ລະ​ເມີດ​ໃດໆ, ISC ຈະ​ຮຽກ​ຕົວ​ບັນ​ດາ​ນັກ​ການ​ເມືອງ​ພັກ​​ກຳ​ມະ​ກອນຄື ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tony Blair, ຜູ້​ກຳ​ອຳ​ນ​າດ​ໃນ​ຈຸ​ດ​ເວ​ລາ​​​ທີ່ມີ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​​ເລື່ອງຜູ້​ຖືກ​ສົງ​ໄສ​ແມ່ນ​ພາກ​ສ່ວນກໍ່​ການ​ຮ້າຍ​ຖືກ​ທໍ​ລະ​ມານ​ຢ່າງ​ໂຫດ​ຮ້າຍ​ສາ​ມານ​ ມາ​ເພື່ອ​ອະ​ພິ​ປາຍ.



ຂ່າວ/ບົດ​ອື່ນ