ສະພາແຫ່ງຊາດຮັບຟັງໃບສະເໜີແລະບົດລາຍງານກວດກາຮ່າງກົດໝາຍ ວ່າດ້ວຍການຂາຍຊັບສິນດ້ວຍຮູບການປະມູນ

ສະພາແຫ່ງຊາດຮັບຟັງໃບສະເໜີແລະບົດລາຍງານກວດກາຮ່າງກົດໝາຍ ວ່າດ້ວຍການຂາຍຊັບສິນດ້ວຍຮູບການປະມູນ - ảnh 1
(ສືບ​ຕໍ່​ວາລະ​ດຳ​ເນີນ​ກອງປະຊຸມ​ສະ​ໄໝ​ສາມັນ
​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13)

(vovworld) – ​ ​ໂດຍ​ສືບ​ຕໍ່​ວາລະ​ດຳ​ເນີນ​ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 4/11 ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ຂາຍ​ຊັບສິນ​ດ້ວຍ​ຮູບ​ການ​ປະມູນ ​ແລະ ປຶກສາ​ຫາລື​ເນື້ອ​ໃນ​ບາງ​ຢ່າງ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ).

        ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ຂາຍ​ ຊັບສິນ​ດ້ວຍ​ຮູບ​ການ​ປະມູນ ​ເພື່​​ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ເປັນ​ປົກກະຕິ, ​​ແລະ ​ເປັນ​ເອກະພາບ​ໃຫ້ການ​ເຄື່ອນ​ໄຫວການ​ຂາຍ​ຊັບສິນ​ດ້ວຍ​ຮູບ​ການ​ປະມູນ, ​ສອດ​ຄ່ອງ​ກັບເອກະສານ​ນິຕິ​ກຳ​ຫລາຍ​ສະບັບທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວການ​ຂາຍ​ ຊັບສິນ​ດ້ວຍ​ຮູບ​ການ​ປະມູນ ຊຶ່ງ​ໄດ້ ​ແລະ ພວມ​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ, ​ໃຫ້​ສົມບູນ​ແບບ​ຄື ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ການແກ້​ໄຂ​ການ​ປະ​ເມີດ​ບໍລິຫານ, ປະມວນກົດໝາຍ​​ແພ່ງ (ສະບັບ​ປັບປຸງ), ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ…​ເລື່ຶອງປະກາດ​ໃຊ້ກົດ​ໝາຍວ່າ​ດ້ວຍການ​ຂາຍຊັບສິນ​ດ້ວຍ​ຮູບ​ການ​ປະມູນ ​ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນຢ່າງ​ແຂງ​ແຮງ​ສຳລັບ​ຂົງ​ເຂດ​ນີ້ ຕາມ​ທິດ​ຫັນ​ເປັນ​​ອາ​ຊີບ, ຫັນ​ເປັນວຽກງານ​ຂອງ​ສັງຄົມ, ປະກອບສ່ວນ​​ສ້າງ​ລະບອບ​ລະບຽບການ​ເສດຖະກິດການ​ຕະຫລາດ​ໃຫ້​ສົມບູນ​ແບບ, ​ເໝາະ​ສົມ​ກັບ​ຄວາ​ມຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ