(ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ)
(vovworld) – ຕອນເຊົ້າວັນທີ 9/6, ໃນລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ລົງມະຕິຮັບຮອງເອົາມະຕິ ກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2016, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2015. ຕາມນັ້ນແລ້ວ, ສະພາແຫ່ງຊາດເຫັນດີເພີ່ມເຕີ່ມເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2015 ມະຕິສະບັບປັບປຸງ, ເພີ່ມເຕີ່ມ ກ່ຽວກັບລະດັບພາສີປົກປັກຮັກສາສິ່ງແວດລ້ອມ; ມະຕິສະບັບປັບປຸງ, ເພີ່ມເຕີ່ມ ກ່ຽວກັບການປະກາດໃຊ້ລະດັບພາສີຊັບພະຍາກອນ; ກົດໝາຍວ່າດ້ວຍພາສີສົ່ງອອກ, ພາສີນຳເຂົ້າ (ສະບັບປັບປຸງ); ກົດໝາຍວ່າດ້ວຍການແພດ (ສະບັບປັບປຸງ). ສະພາແຫ່ງຊາດຍັງຈະພິຈາລະນາ ແລະ ຮັບຮອງເອົາມະຕິ ກ່ຽວກັບການປະຕິບັດນະໂຍບາຍຊົມໃຊ້ປະກັນສັງຄົມເທື່ອດຽວ ສຳລັບຜູ້ອອກແຮງງານພາຍຫຼັງພັກການໜຶ່ງປີ ແລະ ລັດຖະບັນຍັດ ໃນການຄຸ້ມຄອງຕະຫຼາດ.
ໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2016, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ໃນນັ້ນມີກົດໝາຍວ່າກ້ວຍການສຳພັດກັບຂໍ້ມູນຂ່າວ; ກົດໝາຍວ່າດ້ວຍການລົງລາຍເຊັນ, ເຂົ້າຮ່ວມ ແລະ ປະຕິບັດຂໍ້ສັນຍາສາກົນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການວາງແຜນກຳນົດ; ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ). ສະພາແຫ່ງຊາດກໍຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການແຫ່ຂະບວນປະທ້ວງ…
ຕອນເຊົ້າ, ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ.ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຕິດຕາມກວດກາ, ບັນດາສະມາຊິກສະພາແຫ່ງຊາດເຫັນດີຕໍ່ທັດສະນະທີ່ລະບຸໄວ້ໃນຮ່າງກົດໝາຍນັ້ນແມ່ນ, ພາຍຫຼັງການຕິດຕາມກວດກາ, ຜູ້ຕິດຕາມກວດກາ ຕ້ອງມີຄຳເຫັນທາງການດ້ວຍເອກະສານກ່ຽວກັບການເຄື່ອນໄຫວຕິດຕາມກວດກາທັງໝົດ. ຢາກໃຫ້ການຕິດຕາມກວດກາບັນລຸປະສິດທິຜົນ ແມ່ນຕ້ອງມີຂໍ້ກຳນົດພາຍຫຼັງການຕິດຕາມກວດກາ. ທ່ານນາງ ຫງວຽນທິຄ໋າ, ສະມາຊິກສະພາແຫ່ງຊາດແຂວງຈ່າວິງ, ຖືວ່າ: ຄວນອະນຸຍາດໃຫ້ສື່ມວນຊົນເຂົ້າຮ່ວມວຽກງານຕິດຕາມກວດກາ.
“ຂ້າພະເຈົ້າຕີລາຄາສູງບົດບາດຂອງສື່ມວນຊົນໃນການເຂົ້າຮ່ວມການຕິດຕາມກວດກາ. ສື່ມວນຊົນຈະວິຈານ, ຕີລາຄາຜົນການເຮັດວຽກຂອງຄະນະຕິດຕາມກວດກາ. ຖ້າຫາກມີການເຂົ້າຮ່ວມຂອງສື່ມວນຊົນ, ຫາງສຽງຈະແຜ່ລາມອອກຢ່າງກວ້າງຂວາງກວ່າ, ເມື່ອມີຫຼາຍຄົນຮູ້ກວ່າ, ການຕິດຕາມກວດກາຈະມີປະສິດທິຜົນກວ່າ“.