ສະມັດຊາໃຫຍ່ IPU 132 ຈັດກອງປະຊຸມຄົບຄະນະ

ສະມັດຊາໃຫຍ່ IPU 132 ຈັດກອງປະຊຸມຄົບຄະນະ - ảnh 1
ສະມັດຊາໃຫຍ່ IPU 132 ຈັດກອງປະຊຸມຄົບຄະນະ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 26/04, ຢູ່​ຮ່າ​ໂນ້ຍ, ​ສະມັດຊາ​ໃຫຍ່​ IPU 132 ​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟອງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ, ຫົວໜ້າ​ຄະນະ​ຈັດ​ຕັ້ງກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132), ​ເພື່ອ​ແນ​ໃສ່​ກວດກາ​ຄວາມ​ຄືບ​ໜ້າ ​ແລະ ໝາກຜົນ​ວຽກ​ງານ, ພ້ອມ​ທັງ​ສຳ​ເລັດ​ກົນ​ໄກ​ຈັດ​ຕັ້ງ ​ແລະ ວາງໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟອງ ​ໄດ້​ຕັກ​ເຕືອນ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ ຕ້ອງ​ກະກຽມ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ ​ເພື່ອ​ສຳ​ເລັດ “​ແຜນ​ສັງ​ລວມ​ກະກຽ​ມ ​ແລະ ຈັດ​ຕັ້ງ IPU 132 ຢູ່​ຮ່າ​ໂນ​້ຍ”. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ສະ​ເໜີ​ອະນຸກຳ​ມະ​ການ​ຄະນະ​ເລຂາ IPU 132 ​ແລະ ບັນດາ​ອະນຸ​ກຳ​ມະຫານກ່ຽວຂ້ອງ​ເຖິງ​ການ​ສ້າງ​ເນື້ອ​ໃນ​ຝຶກອົບຮົມ​ໃນ​ເດືອນ 06 ​ໃຫ້​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ IPU 132. ອະນຸ​ກຳ​ມະຫານ​ຖະ​ແຫຼ​ງຂ່າວ​ - ​ໂຄສະນາ ຕ້ອງ​ສຳ​ເລັດ​ບັນດາ​ຄວາມ​ຮຽກຮ້ອງ​ດ້ານ​ພື້ນຖານ​ໂຄງ​ລ່າງ​, ​ແວບ​ໄຊໂດຍ​ໄວ, ສົມທົບ​ກັບບັນດາ​ອະນຸກຳ​ມະຫານ​ຈັດ​ຕັ້ງ​ອື່ນ ​ເພື່ອ​ມີ​ຂໍ້​ມູນ​ອັບ​​ເດັດ​ໃນ​ແວບ​ໄຊ​ທາງ​ການ​ຂອງ IPU ຕາມ​ຄວາມ​ຮຽກຮ້ອງຕ້ອງການ​ໃນ​ຂໍ້​ຕົກລົງ​ຈັດ​ຕັ້ງ IPU 132.

ຂ່າວ/ບົດ​ອື່ນ