ສະມາຄົມພຸດທະສາສະໜາຫວຽດນາມ ມອບເຂົ້າສານ 100 ໂຕນໃຫ້ແກ່ປະຊາຊົນ ໂມຊໍາບິກ

(VOVWORLD) -  ວັນທີ 26 ພະຈິກ, ຢູ່ນະຄອນຫຼວງ Maputo, ໂມຊໍາບິກ, ພະອາຈານ ທິກດົ່ງເຫວ້, ຮອງຫົວໜ້າຄະນະພຸດທະສາສະໜາສາກົນ, ປະທານສະມາຄົມພຸດທະສາສະໜາຫວຽດນາມ ຢູ່ ມໍຊໍາບິກ ໄດ້ມອບເຂົ້າສານຈໍານວນ 100 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸເຂດຮ້ອນ Idai  ແລະ Kenneth ທີ່ເກີດຂຶ້ນຢູ່ພາກກາງປະເທດນີ້ ເມື່ອເດືອນ ມີນາ ແລະ ເດືອນເມສາ ຜ່ານມາ.
ສະມາຄົມພຸດທະສາສະໜາຫວຽດນາມ ມອບເຂົ້າສານ 100 ໂຕນໃຫ້ແກ່ປະຊາຊົນ ໂມຊໍາບິກ - ảnh 1ພະອາຈານ ທິກດົ່ງເຫວ້ ມອບເຂົ້າສານຈໍານວນ 100 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸເຂດຮ້ອນ Idai  ແລະ Kenneth  (ພາບ: TTXVN)

        ພະອາຈານ ທິກດົ່ງເຫວ້ ໄດ້ຝາກຄໍາຢື້ຢາມຖາມຂ່າວຂອງສູນກາງສະມາຄົມພຸດທະສາສະໜາ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເຖິງອໍານາດການປົກຄອງ, ປະຊາຊົນປະຈໍາຖິ່ນ ແລະ ຫວັງວ່າເຂົ້າສານຈໍານວນ 100 ໂຕນນັ້ນ ຈະປະກອບສ່ວນຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.

        ທ່ານນາງ Augusta Maita, ຜູ້ອໍານວຍການໃຫຍ່ ອົງການຄຸ້ມຄອງໄພທໍາມະຊາດສູນກາງຂອງ ໂມຊໍາບິກ ໄດ້ຝາກຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການໜູນຊ່ວຍອັນລໍ້າຄ່າ, ທັນການ ທັງດ້ານວັດຖຸ ແລະ ຈິດໃຈ ຂອງ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ລັດຖະບານ ແລະ ປະຊາຄົມພຸດທະສາສະນິກກະຊົນຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ