ສະມາຄົມມິດຕະພາບຫວຽດນາມ- ລາວ ສະຫລຸບວຽກງານປີ 2012

ສະມາຄົມມິດຕະພາບຫວຽດນາມ- ລາວ ສະຫລຸບວຽກງານປີ 2012 - ảnh 1

(ພາບປະກອບ)

(VOV)-  ​ຕອນ​ເຊົ້າວັນ​ທີ 30/11, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ໄດ້​ຈັດ​ກອງ​ປະຊຸມສະຫລຸບ​ວຽກ​ງານ​ປີ 2012 ​ແລະ ກຳນົດ​ທິດ​ວຽກ​ງານ​ປີ 2013. ປີ 2012, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ປະກອບສວ່ນສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ. ​ໃນ​ນັ້ນ, ພົ້ນ​ເດັ່ນ​ແມ່ນ​ການຈັດ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ-​ລາວ ຄັ້ງທີ 3, ງານ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ  ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ-​ລາວ. ​ແລະ ກໍ່​ໃນ​ປີ 2012, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ, ​ເຂົ້າຮ່ວມ​ຄະນະ​ຈັດຕັ້ງການ​ເສັງ​ “ຊອກຮູ້ປະ​ຫັວດສາດການ​ພົວພັນ​ພິ​ເສດ​ຫວຽດນາມ-​ລາວ; ລາວ-​ຫວຽດນາມ“. ທ່ານ​ຫວູ໋ຈ້ອງ​ກີ​ມ, ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ຢືນຢັນ​ວ່າ:

   “ພວ​ກເຮົາຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຈາກ​ການ​ຊີ້​ນຳ​ຂອງ​ການ​ນຳ​ສ​ອງຝ່າຍ, ດ້ວຍ​ນ້ຳໃຈ​ສາມັກຄີມິດຕະພາບ​ພິ​ເສດ, ປະຊາຊົນ​ທຸກ​ຊັ້ນວັນນະ​ມີ​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼອງ​ເຖິງ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ​ນີ້ ​ແລະ ມີ​ຄວາມ​ໝາຍ​ຫວນ​ຄືນ​ປະຫວັດສາດ, ຕັກ​​ເຕືອນ​ໃຫ້​ຄົນ​ລຸ້ນຫຼັງ. ປີ 2013, ບັນດາ​ການ​ເຄື​ອ່ນ​ໄຫວ​ສາມັກຄີ​ມິດຕະພາບ​ຕ້ອງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ສືບ​ຕໍ່​ທ່າພັດທະນາ ​ແລະ ປະຕິ​ບັດ​ເປັນ​ເປັນ​ຢ່າງ​ດີ.

 

 

 

ຂ່າວ/ບົດ​ອື່ນ