ສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ ສະເຫຼີມສະຫຼອງວັນ ນັກທຸລະກິດຫວຽດນາມ ຄັ້ງທີ 9

ສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ ສະເຫຼີມສະຫຼອງວັນ ນັກທຸລະກິດຫວຽດນາມ ຄັ້ງທີ 9 - ảnh 1
(ຜູ້ຕາງໜ້າ​ກະຊວງ​ການ​ເງິນ​ລາວ ​ໄດ້​ມອບ​​ໃບ​ຍ້ອງຍໍ
ໃຫ້ບັນດາ​ບຸກຄົນ ​ແລະ ວິ​ສາ​ຫະກິດຫວຽນາມ)


(vovworld) - ​​ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ນັກທຸລະກິດ​ຫວຽດນາມ ຄັ້ງ​ທີ 9, ​ເຊິ່ງ​​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 14 ຕຸລາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ປະ​ເທດ​ລາວ, ໂດຍສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ​ ຮ່ວມ​ມື ​ແລະ ລົງທຶນ​ຢູ່​ລາວ​ ຈັດ​ຕັ້ງ, ທ່ານ ຈິ້ງ​ຊວນ​ກວາງ, ເລຂາທິການໃຫຍ່ຂອງສະມາຄົມໃຫ້ຮູ້ວ່າ, ປະຈຸ​ບັນ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ​ ຮ່ວມ​ມື​ລົງທຶນ​ຢູ່​ລາວ ມີ​ເກືອບ 200 ​ສະມາຊິກ ​ເຊິ່ງ​ໄດ້ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ໄດ້​ມີ 435 ​ໂຄງການ​ລົງທຶນ​ຢູ່​ລາວ, ດ້ວຍ​ຍອດ​ຈຳນວນ​ທຶນ 5,2 ຕື້ USD, ນອນ​ໃນ​ກຸ່ມ​ນຳ​ໜ້າ 53 ປະ​ເທດ ​ແລະ ​ເຂດ​ແຂວນລົງທຶນ​ຢູ່​ລາວ. ​ແຕ່ລະ​ປີ, ບັນດາວິ​ສາ​ຫະກິດສະມາຊິກ​ຂອງ​ສະມາຄົມ​ປະກອບ​ເງິນ​​​​ເຂົ້າ​ງົບປະມານ​ຂອງ​ລາວ ​ນັບ​ພັນ​ຕື້​ກີບ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຜູ້ຕາງໜ້າ​ກະຊວງ​ການ​ເງິນ​ລາວ ​ໄດ້​ມອບ​​ໃບ​ຍ້ອງຍໍນັບ​ຮ້ອຍ​​ໃບ​ໃຫ້ບັນດາ​ບຸກຄົນ ​ແລະ ວິ​ສາ​ຫະກິດ ທີ່​ປະຕິບັດພັນທະເສຍ​ພາສີ ກໍ່​ຄື​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ສຳລັບປະຊາຊົນ​ລາວ ​ເປັນ​ຢ່າງ​ດີ, ພິ​ເສດ​ໜູນ​ຊ່ວຍ​ຜູ້​ທຸກ​ຍາກ, ສະໜັບສະໜູນ​ປະຊາຊົນ​ແກ້​ໄຂ​ພົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ນ້ຳ​ຖ້ວມ.

ຂ່າວ/ບົດ​ອື່ນ