ສະມາຊິກສະພາແຫ່ງຊາດປຶກສາຫາລືຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ສະມາຊິກສະພາແຫ່ງຊາດປຶກສາຫາລືຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ກອງ​ປະ​ຊຸ​ມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 10 ສະ​ພ​າ​ແຫ່ງ​ຊາດ​ຊຸດ​ທີ 13

(vovworld)- ​ວັນ​ທີ 23/10, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ຫງວນ​ເວ​ລາ​ໝົດ​ມື້​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ບັນ​ດາ​ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສຸມ​ໃສ່​ປຶກ​ສາ​ຫາ​ລື ເນື້ອ​ໃນ​ສຳ​ຄັນ​ໃນ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ລວມ​ມີ: ການ​ສະ​ຫລຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ວຽກ​ງານກໍ່​ສ້າງ​ພັກ​, ຫນ້າ​ທີ່​ພັດ​ທະ​ນາ​ປະ​ເທດ​ຊາດ​ໄລ​ຍະ 5 ປີ​ຄື​ແຕ່​ປີ 2016-2020, ຫນ້າ​ທີ່​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ກ່ຽວ​ກັບ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ, ທ່ານ ຫງວຽນ​ຟີ​ເທື່ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຮ່າ​ໂນ້ຍ ຖື​ວ່າ:

        “ບັນ​ຫາ​ສຳ​ຄັນ​ສຳ​ລັ​ບ​ຫວຽດ​ນາມ ໃນ​ອາ​ຍຸ​ການ​ຈະ​ມາ​ເຖິງ   ພວກ​ເຮົາ​ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຫນ້າ​ທີ່​ຕົ້ນ​ຕໍ ນັ້ນ​ແມ່ນ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​. ຕ້ອງ​ປ່ຽນ​ແປງວິ​ທີ​ຈັດ​ແບ່ງ​ແຫລ່ງ​ກຳ​ລັງ​ໃຫ້​ພື້​ນ​ຖານ​ເສດ​ຖະ​ກິດ. ທີ​ສອງ ແມ່ນ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ລົງ​ທຶນ, ໝ​ູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ທີ​ສາມ ບຳ​ລຸງ​ສ້​າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພິ​ເສດ ແມ່ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ.”

ຂ່າວ/ບົດ​ອື່ນ