ສະມາຊິກສະພາແຫ່ງຊາດມີຄວາມມຸ່ງຫວັງຕໍ່ປະທານສະພາແຫ່ງຊາດຍິງຜູ້ທຳອິດ

ສະມາຊິກສະພາແຫ່ງຊາດມີຄວາມມຸ່ງຫວັງຕໍ່ປະທານສະພາແຫ່ງຊາດຍິງຜູ້ທຳອິດ - ảnh 1
(​ທ່ານ ​ເຈືອງ​ຈ້ອງ​ເຫງຍ ສະມາຊິກ​ສະພາ​
ແຫ່ງ​ຊາ​ດຄະນະ​ນະຄອນ​ໂຮ່ຈີ​ມິນ)

(vovworld) -  ​ ພາຍຫລັງ​ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສູງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານຖື​ວ່າ ນີ້​ແມ​່ນບາດ​ລ້ຽວ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຫວັງ​ວ່າ: ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຈະສຳ​ເລັດໜ້າ​ທີ່​​ເຊິ່ງ​ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມອບ​ໝາຍ​ໃຫ້. ທ່ານ ຫງວຽນ​ແອ​ງ​ເຊີນ ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ ນາມ​ດິ້ງ ຖື​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບົດ​ຮຽນ​ທີ່ສະ​ສົມ​ມາໄດ້, ດ້ວຍຄຸນ​ນະ​ທາດ​ດ້ານ​ການ​ເມືອງທີ່ໝັ້ນຄົງ ​ແລະ ຄວາມ​ຮູ້​ຢ່າງເລິກ​ເຊິ່ງກ້ວາງ​ຂວາງ​ພໍ​ສົມຄວນ ພິ​ເສດ​ແມ່ນ​​ໃນຂົງ​ເຂດ​ເສດຖະກິດ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ທ່ານ​ນາງປະທານ​ສະພາ​​ແຫ່ງ​ຊາດ​ຄົນ​ໃໝ່ ຈະ​ສຳ​ເລັດ​ພາລະ​ໜ້າ​ທີ່​ຂອງ​ຜູ້ນຳ​​ສະພາ​​ແຫ່ງ​ຊາດ​ເປັນ​ຢ່າງ​ດີ. ພ້ອມ​ທັງ ສືບ​ທອດ​ບັນດາ​ໝາກຜົນ, , ບັນດາ​ບົດຮຽນ, ບັນດາ​ຜົນສຳ​ເລັດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ສຳ​ເລັດພາລະ​ກຳ​ຂອງ​ຕົນ​ຕໍ່​ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ”.

        ຕາມ​ທ່ານ ​ເຈືອງ​ຈ້ອງ​ເຫງຍ ສະມາຊິກ​ສະພາ​ແຫ່ງ​ຊາ​ດຄະນະ​ນະຄອນ​ໂຮ່ຈີ​ມິນ​ແລ້ວ: ​ເລື່ອງທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ໄດ້ຮັບ​ຄວາມ​​ໄວ້​ວາງ​ໃຈ​ ​ແລະ ການເລືອກ​ຕັ້ງ​ຈາກ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ເປັນ​ປະທານ​ສະພາ​ແຫ່ງ​ຊາດນັ້ນ ​ແມ່ນ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ເພີ່ມ​ຈຳນວນ​ສະມາຊິກ​ສະພາ​​ແຫ່ງ​ຊາດ​ຍິງ​ຂຶ້ນ 30%, ​ເໝາ​ະສົມ​ກັບ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວັງ​ວ່າ: ນັບ​ມື້​ນັບ​ມີ​ສະມາຊິກ​ສະພາ​​ແຫ່ງ​ຊາດ​ຫລາຍ​ທ່ານ ຫຼື ການ​ນຳ​ບັນດາ​ອົງການ​ສຳ​ນັກ​ງານ​ພັກ ​ແລະ ລັດ​ແມ່ນ​ຜູ້ຍິງ.

 

ຂ່າວ/ບົດ​ອື່ນ