ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດສະ​ເພາະ​ກິດ: ການ​ວາງ​ແຜນ​ຜັງ​ຕົວ​ເມືອງ ຕ້ອງ​ຮັບ​ປ​ະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ

(VOVWORLD) -   “ຕ້ອງເອົາໃຈໃສ່ເຖິງການຕີລາຄາຜົນກະທົບສຳລັບບັນດາບັນຫາສະເໜີແນະຂໍ້ກຳນົດໃໝ່; ຄວບຄຸມສິດອຳນາດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ວຽກງານສ້າງກົດໝາຍ, ນະໂຍບາຍຕ່າງໆຕ້ອງຮັບປະກັນວ່າ ບໍ່ໃຫ້ມີຊ່ອງຫວ່າງ, ປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງດ້ານນະໂຍບາຍການສະແຫວງຫາຜົນປະໂຫຍດເປັນກຸ່ມ, ຜົນປະໂຫຍດພາຍໃນຂະແໜງການແລະ ຂົງເຂດ”.
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດສະ​ເພາະ​ກິດ: ການ​ວາງ​ແຜນ​ຜັງ​ຕົວ​ເມືອງ ຕ້ອງ​ຮັບ​ປ​ະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ - ảnh 1ບັນຍາກາດກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມສະມາຊິກສະພາແຫ່ງສະເພາະກິດ ຄັ້ງທີ 6, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 12 ສະບັບ ຍື່ນສະເໜີຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:

        “ຕ້ອງເອົາໃຈໃສ່ເຖິງການຕີລາຄາຜົນກະທົບສຳລັບບັນດາບັນຫາສະເໜີແນະຂໍ້ກຳນົດໃໝ່; ຄວບຄຸມສິດອຳນາດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ວຽກງານສ້າງກົດໝາຍ, ນະໂຍບາຍຕ່າງໆຕ້ອງຮັບປະກັນວ່າ ບໍ່ໃຫ້ມີຊ່ອງຫວ່າງ, ປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງດ້ານນະໂຍບາຍການສະແຫວງຫາຜົນປະໂຫຍດເປັນກຸ່ມ, ຜົນປະໂຫຍດພາຍໃນຂະແໜງການແລະ ຂົງເຂດ”.

        ໃນວາລະເຮັດວຽກຂອງຕອນເຊົ້າ, ມີສະມາຊິກສະພາແຫ່ງຊາດຈຳນວນໜຶ່ງໄດ້ສະເໜີວ່າ ການວາງແຜນຜັງຕົວເມືອງຕ້ອງຮັບປະກັນລັກສະນະຄົບຊຸດກ່ຽວກັບພື້ນທີ່ອອກແບບ, ລະບົບພື້ນຖານໂຄງລ່າງສັງຄົມ, ພື້ນຖານໂຄງລ່າງເຕັກນິກຕົວເມືອງ ແລະ ເຂດໃຕ້ດິນ; ພັດທະນາຢ່າງກົມກ່ຽວລະຫວ່າງເຂດຕ່າງໆໃນຕົວເມືອງ.  ພ້ອມກັນນັ້ນ, ຕອບສະໜອງຄວາມຕ້ອງການນຳໃຊ້ເຮືອນຢູ່, ກິດຈະກຳດ້ານສາທາລະນະສຸກ, ການສຶກສາ, ວັດທະນະທຳ, ກິລາ, ການຄ້າ, ສວນສາທາລະນະ, ຕົ້ນໄມ້ ແລະ ກິດຈະກຳພື້ນຖານໂຄງລ່າງສັງຄົມອື່ນໆ.

        ໃນວາລະເຮັດວຽກຂອງຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດສະເພາະກິດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ