ສະຫງວນ 35.000 ຕື້ດົງ ເພື່ອໜູນຊ່ວຍຊາວປະມົງຕໍ່ກຳປັ່ນອອກສູ່ທະເລ
(ພາບປະກອບ)
(vovworld) – ເມື່ອແລກປ່ຽນກັບສື່ມວນຊົນຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນທີ 22/05, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ດິງລາທັງ ໃຫ້ຮູ້ວ່າ ກະຊວງຄົມມະນາຄົມຂົນສົ່ງ ໄດ້ສະຫງວນຈຳນວນເງິນ 35.000 ຕື້ດົງ ຊຶ່ງແມ່ນເງິນປະຢັດຈາກການຫຼຸດຜ່ອນການລົງທຶນບັນດາໂຄງການຄົມມະນາຄົມ ເພື່ອສະຫງວນໃຫ້ການລົງທຶນຕໍ່ກຳປັ່ນລຳໃຫຍ່ໃຫ້ຊາວປະມົງເພື່ອຮັບປະກັນການຜະລິດ, ປະກອບອາຊີບການປະມົງເປັນປັກກະຕິ
ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ດິງລາທັງ ໃຫ້ຮູ້ວ່າ, ລັດຖະບານໄດ້ມີການຊີ້ນຳການຕໍ່ກຳປັ່ນຫຸ້ມເຫຼັກ ແທນໃຫ້ໄມ້. ທ່ານລັດຖະມົນຕີ ດິງລາທັງ ຢືນຢັນວ່າ; ບັນດາລັດຖະນະໂຍບາຍສະຫງວນໃຫ້ເຈື່ອງຊາ, ຮ່ວາງຊາ, ຊ່ວຍຊາວປະມົງອຸ່ນອ່ຽນໃຈທຳການຜະລິດ ແລະ ເດີນທະເລຫາປາແມ່ນໄດ້ຮັບການສະໜັບສະໜູນຈາກກະຊວງຄົມມະນາຄົມຂົນສົ່ງ.