ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 3/7 ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ແລະ ປຶກສາຫາລືມາດຕະການຜັນຂະຫຍາຍບັ້ນຂົນຂວາຍດັ່ງກ່າວໃນໄລຍະຈະມາເຖິງ. ໃນ 5 ປີຜ່ານມາ, ທົ່ວປະເທດໄດ້ຈັດຕັ້ງບັ້ນສົ່ງສິນຄ້າລົງຂາຍຢູ່ເຂດຊົນນະບົດເກືອບ 2000 ຄັ້ງ ດ້ວຍວິສາຫະກິດ 53.000 ເທື່ອແຫ່ງໄດ້ເຂົ້າຮ່ວມ ແລະ ດຶງດູດຊາວທ້ອງຖິ່ນກວ່າ 3 ລ້ານເທື່ອຄົນມາຊື້ສິນຄ້າ. ເມ່ືອເວົ້າເຖິງມາດຕະການໃນໄລຍະຈະມາເຖິງ, ທ່ານນາງ ໂຮ່ທິກີມທວາ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ, ເພີ່ມທະວີການສຳຫລວດກວດກາຄືນບັນດາກົນໄກນະໂຍບາຍ, ພິເສດແມ່ນການປະຕິຮູບລະບຽບການບໍລິຫານເພື່ອສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນກວ່າ. ພວກຂ້າພະເຈົ້າຈະເອົາໃຈໃສ່ການສົ່ງເສີມການຄ້າ, ການເຊື່ອມຕໍ່ລະຫວ່າງຜູ້ໃຊ້ສອຍກັບລະບົບຈຳຫນ່າຍ ແລະ ບັນດາບໍລິສັດຜະລິດ. ”