ສະຫລຸບເດືອນເຄື່ອນໄຫວເພື່ອຄວາມສະເຫມີພາບລະຫວ່ງຍິງຊາຍ

ສະຫລຸບເດືອນເຄື່ອນໄຫວເພື່ອຄວາມສະເຫມີພາບລະຫວ່ງຍິງຊາຍ - ảnh 1
ພິ​ທີ​ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ຕ້ານ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່​ຍິງ ແລະ​ເດັກ​ຍິງ

(vovworld)- ປີ  2016 ແມ່ນ​ປີ​ທຳ​ອິດ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ເປັນ​ເຈົ້າ​ພາບ​ຜັນ​ຂະ​ຫຍາຍ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍີງ​ຊາຍ ແລະ ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ​ເດັກ​ຍິງ ດຳ​ເນີນ​ໄປ​ໃນ​ວັນ​ທີ 15/11-15/12 ດ້ວຍ​ຫົວ​ເລື່ອງ “ຮ່ວມ​ແຮງ​ຮ່ວມ​ໃຈ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ”. ໃນ​ເດືອນ​ຜ່ານ​ມາ​ຮ ໄດ້​ມີ​ການ​ເຄື່ອນ​ໄຫວ​ນັບ​ຮ້ອຍ​ຢ່າງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງກວ້າງ​ຂວາງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ດຶງ​ດູດ​ກາ​ນ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ປະ​ຊາ​ຊົນ​ນັບ​ຮ້ອຍໆ​ຄົນ. ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການ​ປ້ອງ​ກັນ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍ​ິງ ແລະ ເດັກ​ຍິງ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ຢູ່ ຮ່າ​ໂນ້ຍ, ບັນ​ດາ​ຜູ້​ແທນ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ເດືອນ​ຜ່ານ​ມາ​ແມ່ນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ ແລະ ມີ​ຄູນ​ນະ​ພາບ. ຜູ້​ຕາງ​ຫນ້າ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ ຖື​ວ່າ: ຫວຽດ​ນາມ ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ກອບ​ກົດ​ໝາຍ, ນະ​ໂຍ​ບາຍ​ຍົກ​ສູງ​ສິດ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ, ປະ​ຕິ​ບັດ​ບັນ​ດາ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ປົກ​ປ້ອງ​ແມ່​ຍິງ, ເດັກ​ຍິງ ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ເຫດ​ຢ່າງ​ຮອບ​ດ້ານ ກ້າວ​ໄປ​ເຖິງ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ. 


ຕອບກັບ

ຂ່າວ/ບົດ​ອື່ນ