ທ່ານປະທານາທິບໍດີ ຄົນໃໝ່ຂອງ Liban Michel Aoun (ເບື້ອງຊ້າຍ) ໃນພິທີສາບານຕົວເຂົ້າດຳລົງຕຳແໜ່ງ
(ພາບ: AP/TTXVN)
|
(vovworld) – ໃນວັນທີ 31/10, ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ຊົມເຊີຍການເລືອກຕັ້ງປະທານາທິບໍດີຢູ່ Liban, ພ້ອມທັງກະຕຸກຊຸກຍູ້ຕ້ອງສ້າງຕັ້ງລັດຖະບານໃໝ່ໂດຍໄວ. ທ່ານເລຂາທິການໃຫຍ່ ສປຊ Ban ki moon ໄດ້ສະແດງ “ຄວາມຫວັງວ່າ ບັນດາຝ່າຍຢູ່ Liban ຈະສືບຕໍ່ວຽກງານບົນຈິດໃຈຄວາມສາມັກຄີ ແລະ ເພື່ອຜົນປະໂຫຍດຂອງຊາດ”, ພ້ອມທັງກະຕຸກຊຸກຍູ້ “ບໍ່ຄວນໂຈະວິວັດທະນາການສ້າງຕັ້ງລັດຖະບານ ແລະ ແກ້ໄຂບັນດາສິ່ງທ້າທາຍອັນໃຫຍ່ຫຼວງຊຶ່ງປະເທດນີ້ພວມຕ້ອງປະເຊີນໜ້າ”.
ວັນທີ 31/10, ສະພາແຫ່ງຊາດ Liban ໄດ້ເລືອກຕັ້ງທ່ານ Michel Aoun, ອະດິດຜູ້ບັນຊາການກອງທັບ ເປັນປະທານາທິບໍດີ, ພາຍຫຼັງ 29 ເດືອນທີ່ປະເທດນີ້ບໍ່ມີປະທານາທິບໍດີ. ຕາມໝາກຜົນຂອງການນັບບັດແລ້ວ, ທ່ານ Aoun, ອາຍຸ 81 ປີ, ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ພາຍຫຼັງຍາດໄດ້ການສະໜັບສະໜູນຂອງສະມາຊິກສະພາແຫ່ງຊາດ 83 ທ່ານ, ສູງກ່ວາຕົວເລກທີ່ຕ້ອງການແມ່ນ 65 ບັດ, ໃນສະພາແຫ່ງຊາດລວມມີສະມາຊິກ 128 ທ່ານ. ພາຍຫຼັງການປ່ອນບັດ, ທ່ານ Aoun ໄດ້ສາບານຕົວຮັບດຳລົງຕຳແໜ່ງໃນທັນທີ.