ສະຫະປະຊາຊາດກ່າວເຕືອນບັນດາໄພອັນຕະລາຍ ແລະ ສິ່ງທ້າທາຍຂອງໂລກ

ສະຫະປະຊາຊາດກ່າວເຕືອນບັນດາໄພອັນຕະລາຍ ແລະ ສິ່ງທ້າທາຍຂອງໂລກ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸ​ມ​ຂັ້ນ​ສູງ​ປະ​ຈຳ​ປີ​ຄັ້ງ​ທີ 71 ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໃນ​​ວັນ​ທີ 20/09, ​ທີ່ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດຢູ່​ນິວຢອກ, ອາ​ເມ​ລິ​ກາ, ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ປະ​ມຸດ​ລັດ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 193 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ, ທ່ານເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ Ban Ki moon ຊີ້​ແຈ້ງວ່າ, ບັນ​ດາ​ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ​ນັບ​ມື້​ນັບ​ແກ່​ຍາວ ແລະ ສັບ​ສົມ, ໃນ​ຂະ​ນະ​ທີ່​ບັນ​ດາ​​ກຸ່ມ​ຄົນ​ຫົວ​ຮຸນ​ແຮງ​ພວມ​ນາບ​ຂູ່​ເຖິງ​ໂຄງ​ປະ​ກອບ​ຂອງ​ສັງ​ຄົມ. ທ່ານ Ban Ki moon ເນັ້ນ​ໜັກ​ເຖິງ​ການ​ຕໍ່​ສູ້​ຢູ່​ຊີ​ຣີ ພວມເຮັ​ດ​ໃຫ​້​ຫຼາຍ​ຄົ​ນ​ເສຍ​ຊີ​ວິດ​ແລະ ຮັບ​ບາດ​ເຈັບ ແລະ ກໍ່​ຄວາມ​​ຂາດ​ສະ​ຖຽນ​ລະ​ພາບ​ທີ່ກວ້າງ​ໃຫຍ່​ທີ່​ສຸດ​ໃນ​ຈຳ​ນວນ​ບັນ​ດາ​ການ​ປະ​ທະ​ກັນ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ. ທ່ານ Ban Ki moon ໄດ້​ຮຽກ​ຮ້ອງ​ໃຫ​້​ທຸກ​ຝ່າຍ​ຢຸດ​ຕິ​ການ​ປະ​ທະ​ກັນ ແລະ ເລີ່​ມ​ຕົ້ນ​ການ​ເຈ​ລະ​ຈາ. ທ່ານ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ວິ​ວັດ​ທະ​ນາ​ຖານ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອ​ກາງ ພວມ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ. ກ່ຽວ​ກັບ​ແຫຼມ​ເກົາ​ຫຼີ, ທ່ານ Ban Ki moon ຖື​ວ່າ, ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5 ຂອງ​​ພຽງ​ຢາງ ພວມ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ຶນ ແລະ ໂລກ, ພ້ອມ​ທັງ​ກະ​ຕຸກ​ຊຸກ​ຍູ້​ພຽງ​ຢາງ ປ່ຽນ​ແປງ​ທ່າ​ທ​ີກະ​ທຳ ແລະ ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ສຳ​ລັບ​ສາ​ກົນ…

ຂ່າວ/ບົດ​ອື່ນ