( vovworld ) - ວັນທີ 31/7, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ປະກາດບັນຊີລາຍຊື່ສະມາຊິກຄະນະກຳມະການຂັ້ນສູງເພື່ອແນໃສ່ຊຸກຍູ້ການພັດທະນາຢ່າງໝັ້ນຄົງກ່ອນປີ 2015 ແລະ ສຳເລັດບັນດາຈຸດໝາຍພັດທະນາສະຫັດສະວັດ. ບັນຊີລາຍຊື່ບັນດາສະມາຊິກຂອງຄະນະກຳມະການນີ້ ໄດ້ຍົກອອກມາໃນບົດລາຍງານກ່ຽວກັບກອງປະຊຸມພັດທະນາຢ່າງໝັ້ນຄົງຢູ່ໃນໂລກ (Rio + 20), ຂອງທ່ານເລຂາທິການໃຫຍ່ Ban Ki moon ທີ່ກອງປະຊຸມໃຫຍ່ສະຫະປະຊາຊາດ. ກອນໜ້ານັ້ນ, ໃນເດືອນ 5 ທີ່ຜ່ານມາ, ທ່ານ Ban Ki moon ໄດ້ປະກາດສ້າງຕັ້ງຄະນະກຳມະການຂັ້ນສູງເພື່ອຊຸກຍູ້ການພັດທະນາຢ່າງໝັ້ນຄົງ ໂດຍທ່ານປະທານາທິບໍດີອີນໂດເນເຊຍ, ທ່ານປະທານາທິບໍດີ ລີເບຣີອາ ແລະ ທ່ານນາຍົກລັດຖະມົນຕີອັງກິດ ນຳໜ້າ. ທ່ານ Ban Ki moon ໃຫ້ຮູ້ວ່າ ຄະນະກຳມະການ ດ້ວຍສະມາຊິກ 26 ຄົນ ທີ່ມາຈາກບັນດາພາກພື້ນທີ່ແຕກຕ່າງກັນຢູ່ໃນໂລກ, ຈະຈັດຕັ້ງກອງປະຊຸມຄັ້ງທຳອິດໃນທ້າຍເດືອນ 9, ຢູ່ນອກກອງປະຊຸມຂອງກອງປະຊຸມໃຫຍ່ສະຫະປະຊາຊາດ. ວຽກງານຂອງຄະນະກຳມະການ ຈະໄດ້ສົມທົບກັບວຽກງານຂອງກຸ່ມປະຕິບັດງານລະຫວ່າງລັດຖະບານຢ່າງແໜ້ນແຟ້ນ ເພື່ອສ້າງບັນດາຈຸດໝາຍພັດທະນາຢ່າງໝັ້ນຄົງ ຄືດັ່ງໄດ້ຮັບການເຫັນດີເປັນເອກະພາບຢູ່ Rio + 20.