ສະຫະປະຊາຊາດຮັບຮອງ ເອົາມະຕິໃໝ່ກ່ຽວກັບຊີຣີ

ສະຫະປະຊາຊາດຮັບຮອງ ເອົາມະຕິໃໝ່ກ່ຽວກັບຊີຣີ - ảnh 1
(ພາບປະກອບ)
(vovworld) -  ດ້ວຍ 107 ບັດ​ເຫັນ​ດີ, 12 ບັດ​ຄ້ານ ​ແລະ 59 ບັດ​ຂາວ, ວັນ​ທີ 16/05, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ໂດ​ຍ ກວາ​ຕາ ​ແລະ ບາງ​ປະ​ເທດ​ອາຣັບ ສະ​​ເໜີ, ​ໃນ​ນັ້ນ, ຮຽກຮ້ອງ​ເລີ່​ມດຳ​ເນີນ​ວິວັດ​ການ​ມອບ​​ໂອນສິດ​ອຳນາດ​ການ​ເມືອງ​ຢູ່​ຊີຣີ ​ແລະ ກ່າວ​ປະນາມ​ເຈົ້າ​ໜ້າ​ທີ່​ຊີຣີ ​ເຊິ່ງ​​ໄດ້ເຮັດ​ໃຫ້ການ​ປະ​ທະ​ກັນ​ປິນຂັ້ນ​ໃດ. ​ໃນ​ຂະນະ​ທີ່​ອາ​ເມ​ລິ​ກາ ສະໜັບ​ສະໜູນ​ຢ່າງ​ແຮງ, ລັດ​ເຊຍ ​​ເຊິ່ງເປັນ​ສຳພັນທະ​ມິດ​ທີ່​ສະໜິດ​ແໜ້ນ​ກັບ​ຊີຣີ, ​ພັດ​ກະຕຸກ​ຊຸກ​ຍູ້​ປ່ອນ​ບັດ​ຄ້ານ ຍ້ອມ​ຖື​ວ່າ​ ການສະໜັບສະໜູນ​ມະຕິ​ດັ່ງກ່າວ “ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງທຸກ​ຄວາມ​ມານະ​ພະຍາຍາມ ​ເພື່ອ​​ໃຫ້​ນຳ​ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່​ຊີຣີ ​ເຂົ້າ​ຮ່ວມຮອບ​ເຈລະຈາ”. ຄາດ​ວ່າ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ກຸ່ມ “ບັນ​ດາ​ເພື່ອນ​ມິດ​ຂອງ​ຊີຣີ”, ​ເຊິ່ງ​ຄ່ດ​ວ່າ​ຈະ​ດຳ​ເນີນ​ໃນ​ກາງ​ອາທິດ​ຈະ​ມາ​ເຖິງ.

        ​ໃນ​ເຫດການ​ທີ່​ກ່ຽວຂ້ອງ, ວັນ​ທີ 16/05, ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ແນ​​ໃສ່​ລັດຖະບານຂອງ​ປະທານາທິບໍດີ​ຊີຣີ Bashar al Assad ກໍ​ຄື​ບັນດາ​ອົງການ, ອົງການຈັດຕັ້ງທີ​ໜູນ​ຊ່ວຍ​ໃຫ້​ລັດຖະບານ​ຊີ​ຮີ.



ຂ່າວ/ບົດ​ອື່ນ