ສະຫະປະຊາຊາດແຕ່ງຕັ້ງທູດພິເສດໃໝ່ກ່ຽວກັບຊີຮີ
ທ່ານ Lakhdar Brahimi
(ພາບ: go.vn)
(vovworld) - ທ່ານ Lakhdar Brahimi, ນັກການທູດອາວຸໂສຊາວ ອານເຊຮີ, ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນທູດພິເສດຄົນໃໝ່ຂອງສະຫະປະຊາຊາດ ແລະ ສະຫະພັນອາຮັບ (AL) ຮັບຜິດຊອບກ່ຽວກັບບັນຫາຊີຮີ, ແທນໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Kofi Annan. ຂໍ້ຕົກລົງນີ້ ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Mun ແຈ້ງໃຫ້ຊາບເມື່ອວັນທີ 17/8. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Mun ເນັ້ນໜັກວ່າ, ຈຳເປັນຕ້ອງຢຸດຕິສະພາບການໃຊ້ຄວາມຮຸນແຮງຢູ່ຊີຮີ ແລະ ເຕື້ອງຄືນທັດສະນະກ່ຽວກັບບັນດາມາດຕະການການທູດ ເພື່ອແນໃສ່ຊຸກຍູ້ການແກ້ໄຂສະພາບການໃຊ້ຄວາມຮຸນແຮງຢູ່ຊີຮີໂດຍສັນຕິວິທີ ແມ່ນບຸລິມາສິດອັນດັບໜຶ່ງຂອງສະຫະປະຊາຊາດ. ໃນວັນດຽວກັນ, ທູດພິເສດລວມສະຫະປະຊາຊາດ ແລະ ສະຫະພັນອາຮັບ ທ່ານ Lakhdar Brahimi ກໍ່ຢັ້ງຢືນ ຈະມີຄວາມມານະພະຍາຍາມປະຕິບັດຕາມມາດຕະການການທູດ, ເຖິງວ່າການປະທະກັນຢູ່ຊີຮີທີ່ແກ່ຍາວໃນເວລາ 17 ເດືອນຜ່ານມານັບມື້ນັບຮ້າຍແຮງກວ່າ.