ສະຫະປະຊາຊາດໂຮມປະຊຸມດ່ວນກ່ຽວກັບສະພາບການຢູ່ຢູ່ກແຣນ

ສະຫະປະຊາຊາດໂຮມປະຊຸມດ່ວນກ່ຽວກັບສະພາບການຢູ່ຢູ່ກແຣນ - ảnh 1
ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ໂຮມປະຊຸມດ່ວນ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ຢູ່ຢູກແຣນ   (ພາບ: AP)

(vovworld)- ຕໍ່ໜ້າການຜັນແປທີ່ນັບມື້ນັບເຄັ່ງຕຶງຢູ່ພາກຕາເວັນຕົກ ຢູ່ກແຣນ, ຕອນເຊົ້າວັນທີ 14/4, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ໂຮມປະຊຸມ ດ່ວນ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ຢູ່​ພາກ​ພື້ນ​ນີ້. ກອງ​ປະຊຸມ​ໄດ້​ຖືກ​ດຳ​ເນີນ​ຕາມ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດ, ຜູ້ຕາງໜ້າ​ລັດ​ເຊຍ​ປະຈຳສະຫະປະຊາຊາດ ທ່ານ Vitaly Churkin ​ໄດ້​ຖະ​ແຫຼ​ງຄວາມ​ສາມາດ​ສະກັດ​ກັ້ນ​ການ​ເກີດ​ສົງຄາມ​ກາງ​ເມືອງ​ຢູ່​ຢູກ​ແຣນ ​ແມ່ນ​ຕ້ອງ​ຂຶ້ນ​ກັບ​ຝ່າຍ​ຕາ​ເວັນ​ຕົກ. ຕາມ​ທ່ານ Vitaly Churkin ​ແລ້ວ, ສະພາບ​ການ​ພາກ​ຕາ​ເວັນ​ອອກ- ພາກ​ໃຕ້​ຂອງ​ຢູ່ກ​ແຣນ ພວມ​ເປັນ​ອັນຕະລາຍ​ທີ່​ສຸດ ​ແລະ ນັບ​ມື້​ນັບ​ປີນ​ຂັ້ນ​ໄດ ​ແລະ ຄວນ​ໄດ້​ຮັບ​ການ​ສະກັດ​ກັ້ນ​ໃນ​ທັນ​ທີ່. ທ່ານ Vitaly Churkin ​ໄດ້​ກ່າວ​ເຕືອນ​ວ່າ ການ​ຕົກລົງ​ຂອງ​ອຳນາດ​ການ​ປົກຄອງ​ກີ​ແອບ​ທີ່​ຜັນ​ຂະຫຍາຍ​ກອງທັບ​ໄປ​ຍັງ ພາກ​ຕາ​ເວັນ​ອອກ- ພາກ​ໃຕ້​ຂອງ​ຢູ່ກ​ແຣນ ​ເພື່ອ​ຮັມມື​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ ຈະ​ນຳ​ມາ​ເຊິ່ງຜົນ​ຮ້າຍ​ຢ້ອນ​ຫຼັງ​ຢ່າງ​ໜັກໜ່ວງ ​ແລະ ​ເຮັດ​ໃຫ້​ສະພາບ​ວິ​ກິດ​ການ​ປີນ​ຂັ້ນ​ໄດ. 

ຂ່າວ/ບົດ​ອື່ນ