ສະຫະພັນອາຣັບ ຊອກຫາມາດຕະການທາງການທູດໃຫ້ແກ່ວິກິດການ ຢູແກຼນ

(VOVWORLD) -ກຸ່ມຕິດຕໍ່ AL ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ຄຳສັ່ງຢຸດຍິງ ແລະ ຢຸດຕິວິກິດການ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ສະຫະພັນອາຣັບ ຊອກຫາມາດຕະການທາງການທູດໃຫ້ແກ່ວິກິດການ ຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry
(ພາບ: AFP/TTXVN)

ວັນທີ 05 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ພ້ອມກັບສະມາຊິກກຸ່ມຕິດຕໍ່ສະຫະພັນ ອາຣັບ (AL) ກ່ຽວກັບວິກິດການ ຢູແກຼນ ໄດ້ດຳເນີນການທາບທາມຄຳເຫັນກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kubela ຢູ່ນະຄອນຫຼວງ Warsaw ຂອງ ໂປໂລຍ, ດ້ວຍຈຸດປະສົງບັນລຸໄດ້ມາດຕະການແກ້ໄຂທາງການທູດໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ກຸ່ມຕິດຕໍ່ AL ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ຄຳສັ່ງຢຸດຍິງ ແລະ ຢຸດຕິວິກິດການ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ຄະນະຜູ້ແທນ AL ກໍ່ປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ກ່ຽວກັບຄວາມມານະພະຍາຍາມເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງສະບັບໜຶ່ງ ກໍຄືຂໍ້ຕົກລົງເພື່ອແກ້ໄຂວິກິດການ ແລະ ຟື້ນຟູສັນຕິພາບ ແລະ ຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ