ສະຫະພັນອາຣັບບໍ່ບັນລຸຄວາມເຫັນດີເປັນເອກະສັນກັນກ່ຽວກັບຮ່າງມະຕິກ່າວປະນາມຂໍ້ຕົກລົງອິດສະຣາແອັນ- UAE

(VOVWORLD) -ກອງປະຊຸມໄດ້ປຶກສາຫາລືຢ່າງຮອບດ້ານ ແລະ ເຂັ້ມງວດ, ແຕ່ບໍ່ບັນລຸຄວາມເຫັນດີເປັນເອກະສັນກັນກ່ຽວກັບມະຕິເຊິ່ງຄະນະຜູ້ແທນຂອງປາແລັດສະຕິນ ຍື່ນສະເໜີ
ສະຫະພັນອາຣັບບໍ່ບັນລຸຄວາມເຫັນດີເປັນເອກະສັນກັນກ່ຽວກັບຮ່າງມະຕິກ່າວປະນາມຂໍ້ຕົກລົງອິດສະຣາແອັນ- UAE - ảnh 1 (ພາບປະກອບ: egypttoday.com)

ວັນທີ 10 ກັນຍາ, ທີ່ກອງປະຊຸມທາງອອນລາຍ, ບັນດາລັດຖະມົນຕີການຕ່າງປະເທດອາຣັບ ບໍ່ບັນລຸຄວາມເຫັນດີເປັນເອກະສັນກັນກ່ຽວກັບຮ່າງມະຕິກ່າວປະນາມເລື່ອງສະຫະລັດອາຣັບເອັມມີເຣດ (UAE) ບັນລຸໄດ້ຂໍ້ຕົກລົງຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິໃນເດືອນ ສິງຫາ.

          ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ນະຄອນຫຼວງ ກາຍໂຣ, ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະພັນອາຣັບ (AL) ທ່ານ Hossam Zaki ໃຫ້ຮູ້ວ່າ “ກອງປະຊຸມໄດ້ປຶກສາຫາລືຢ່າງຮອບດ້ານ ແລະ ເຂັ້ມງວດ, ແຕ່ບໍ່ບັນລຸຄວາມເຫັນດີເປັນເອກະສັນກັນກ່ຽວກັບມະຕິເຊິ່ງຄະນະຜູ້ແທນຂອງປາແລັດສະຕິນ ຍື່ນສະເໜີ”. ທ່ານ Zaki ໃຫ້ຮູ້ຕື່ມອີກວ່າ, ບໍ່ມີມະຕິປ່ຽນແທນໃດໄດ້ຮັບການຮັບຮອງເອົາ.

          ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ ໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມຕຳແໜ່ງ AL ປະຕິເສດບາດກ້າວຫັນການພົວພັນເປັນປົກກະຕິດັ່ງກ່າວລະຫວ່າງ UAE ແລະ ອິດສະຣາແອັນ, ດ້ວຍການອ້າງເຫດຜົນວ່າ “ຖ້າບໍ່ດັ່ງນັ້ນ, ກອງປະຊຸມຄັ້ງນີ້ຈະໄດ້ຮັບຖືວ່າແມ່ນສົມຮູ້ຮ່ວມຄິດ ຫຼື ສະໜັບສະໜູນການກະທຳນີ້ ແລະ ສິ່ງນັ້ນແມ່ນບໍ່ອາດຮັບຮູ້ໄດ້ສຳລັບລັດປາແລັດສະຕິນ”.

ຕອບກັບ

ຂ່າວ/ບົດ​ອື່ນ