ສະຫະພັນແມ່ຍິງ ຍົກສູງຄຸນນະພາບ ການເຄື່ອນໄຫວໃນ ປີ 2014

ສະຫະພັນແມ່ຍິງ ຍົກສູງຄຸນນະພາບ ການເຄື່ອນໄຫວໃນ ປີ 2014 - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ​ກອງ​ປະຊຸມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 07/01, ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 11 ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ​ປະທານ​ສະຫະພັນ​ແມ່​ຍິງ​ຫວຽດນາມ ຫງວຽນ​ທິ​ແທງ​ຮ່ວາ ​ໃຫ້​ຮູ້​ວ່າ, ​ໃນ​ປີ 2013, ສະຫະພັນ​ແມ່ຍິງທຸກ​ຂັ້ນ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ຮາກ​ຖານ​ໂດຍ​ລະອຽດກວ່າ; ປະກາດ​​ໃຊ້ບັນດາ​ມະຕິ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ໜູນ​ຊ່ວຍ​ແມ່ຍິງ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ; ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສິດ​ສອນວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແມ່ຍິງ... ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ເສດຖະກິດ, ສັງຄົມ​ຢ່າງ​ຕັ້ງໜ້າ.

        ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຮຽກຮ້ອງ​ໃຫ້ສະຫະພັນ​ແມ່ຍິງທຸກ​ຂັ້ນ ຕ້ອງ​ຍູ້​ແຮງ​ການ​ປະຕິບ​ັດການ​ກໍ່ສ້າງຊົນນະບົດ​ໃໝ່. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ກໍ່​ສະ​ເໜີ​ໃຫ້ ສະຫະພັນ​ແມ່ຍິງ​ຫວຽດນາມ ​ລາຍ​ງານ​ບັນດາ​ຂໍ້​ສະ​ເໜີຂອງ​ແມ່ນ​ຍິງຕໍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເປັນ​ປະຈຳ ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ​ຢ່າງ​ທັນ​ການ, ປະກອບສ່ວນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ