ສະຫະພາບ ເອີລົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອີຢູ (PCA), ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ກໍຄືບັນດາຂໍ້ຕົກລົງ, ກົນໄກຮ່ວມມືຂຸດຄົ້ນລະຫວ່າງ 2 ຝ່າຍ
ສະຫະພາບ ເອີລົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕ້ອນຮັບທ່ານ Josep Borrell, ຮອງປະທານຄະນະກຳມະການ ເອີລົບ)

        ສະຫະພາບ ເອີລົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ, ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ, ໃນຕອນບ່າຍວັນທີ 30 ກໍລະກົດ, ຢູ່ສຳນັກງານລັດຖະບານ, ເມື່ອຕ້ອນຮັບທ່ານ Josep Borrell, ຮອງປະທານຄະນະກຳມະການ ເອີລົບ (ອີຊີ), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (ອີຢູ) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 29 – 31 ກໍລະກົດ.

        ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອີຢູ (PCA), ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ກໍຄືບັນດາຂໍ້ຕົກລົງ, ກົນໄກຮ່ວມມືຂຸດຄົ້ນລະຫວ່າງ 2 ຝ່າຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຢູ (1990 – 2025). ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກໍ່ສະເໜີໃຫ້ ອີຢູ ຊຸກຍູ້ບັນດາປະເທດສະມາຊິກຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃຫ້ສຳເລັດໂດຍໄວ ແລະ ຄະນະກຳມະການເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” ສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບົນພື້ນຖານການຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ ຫວຽດນາມ ບັນລຸໄດ້ ກ່ຽວກັບການປ້ອງກັນ, ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).

        ສ່ວນທ່ານ Josep Borrell ຢືນຢັນວ່າ, ອີຢູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດ ແລະ ສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ; ສະເໜີໃຫ້ 2 ຝ່າຍຍົກລະດັບການພົວພັນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຜັນຂະຫຍາຍຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP); ຕຸລາການ ແລະ ການປ້ອງກັນ, ຕ້ານ IUU.

ຕອບກັບ

ຂ່າວ/ບົດ​ອື່ນ