ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ການພົວພັນດ້ານ ການຄ້າຫວຽດນາມ - ອາເມລິກາ

ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ການພົວພັນດ້ານ ການຄ້າຫວຽດນາມ - ອາເມລິກາ - ảnh 1
(ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ຄ້າ​ຫວຽດນາມ - ອາ​ເມ​ລິ​ກາ)

(vovworld) - ຕອນ​ເຊົ້າ​ວັນ​ທີ 11/02 (ຕາມ​ເວລາ​ຫວຽດນາມ), ທີ່​ຫໍ​ປະຊຸມ Dirksen, ສະພາ​ສູງ​ອາ​ເມ​ລິ​ກາ, ສະຖານທູ​ດຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ຄ້າ​ຫວຽດນາມ - ອາ​ເມ​ລິ​ກາ (03/02/1994 – 03/02/2014). ​ໃນ​ບັນດາ​ນັກ​ການ​ເມືອງ​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ພິທີມີ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ສະມາຊິກ​ສະພາ​ສູງ John McCain, ​ເຊິ່ງ​ເປັນນັກການ​ເມືອງ 2 ທ່ານ​ໄດ້​ນຳ​ໜ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຂົນຂວາຍ​ການ​ຍົບ​​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດທີ່​ມີ​ຕໍ່​ຫວຽດນາມ ປີ 1994.

        ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມລິ​ກາ ຫງວຽນ​ກ໋ວກ​ເກ່ືອງ ​ໄດ້​ຢ້ຳຄືນ​ເນື້ອ​ໃນ​ຈົດໝາຍ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ທີ່​ຟາກ​ເຖິງ​ທ່ານ​ອະດີດ​ປະທານາທິບໍດີ Bill Clinton ​ເນື່ອງ​ໃນ​ໂອກາດ​ນີ້, ​ໃນ​ນັ້ນ​ມີ​ຕອນ​ຂຽນວ່າ “ຂໍ້​ຕົກລົງ​ນີ້​ໄດ້​ສິ້ນ​ສຸດ​ໄລຍະ​ຍຸ້ງ​ຍາກ​ໃນ​ປະ​ຫວັດ​ສາດ​ຂອງ 2 ປະ​ເທດ, ​ເປີດ​ສັງ​ກາດ​ໃໝ່​ຂອງ​ການ​ພົວພັນ 2 ຝ່າຍ”. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກ໋ວກ​ເກື່ອງ ​ເນັ້ນ​ໜັກ​ວ່າ, ດ້ວຍ​ຄວາມກ້າຫານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ພູ​ມປັນ​ຍາ ​ແລະ ວິ​ໄສ​ທັດ​ຈາກ​ທັງ 2 ຝ່າຍ, ການ​ພົວພັນ 2 ຝ່າຍ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ນັບ​ມື້​ນັບ​ພັດທະນາ.

        ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ສະມາຊິກ​ສະພາ​ສູງ John McCain ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ປະຫວັດສາດຂອງ​ຂໍ້​ຕົກລົງ​ເມື່ອ​ວັນ​ທີ 03/02/1994 ຂອງ​ອຳນາດ​ການ​ປົກຄອງ Bill Clinton ຍົບ​ເລີກຄຳ​ສັ່ງ​ຂວ້ຳ​ບາດ, ​ເປີດ​ຊ່ອງທາງ​ໃໝ່​ໃຫ້ການ​ພົວພັນ​ດ້ານ​ການ​ຄ້າ​ທີ່​ນັບ​ມື້​ນັບ​ໄດ​້ຮັບ​ການ​ເປີດ​ກວ້າງ ​ແລະ ມີ​ຜົນ​ປະ​​ໂຫຍດ​ໃຫ້​ທັງ 2 ປະ​ເທດ.

        ທ່ານ​ນາງອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ກໍ່​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຜົນງານ​ເຊິ່ງຫວຽດນາມ ບັນລຸ​ໄດ້​ພາຍຫຼັງ 1 ທົດ​ສະ​ວັດ​ຜ່ານ​ມາ ພາຍຫຼັງ​ການ​ຢ້ຽມຢາມຄັ້ງ​ປະ​ຫວັດສາດ​ທຳ​ອິດ. ທ່ານ​ນາງ​ໄດ້​ຖື​ວ່າ.

        “​ເມື່ອ​ມີ​ໂອກາດ​ກັບ​ຄືນ​ຮ່າ​ໂນ້ຍ ດ້ວຍ​ຖານະ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຂ້າພະ​ເຈົ້າ​​ໄດ້​ຕົກສະ​ເງີ້​ຕໍ່​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ຫວຽດນາມ ກໍ່​ຄື​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ທີ່​ກ້າວກະ​ໂດດ​ຂັ້ນ. ວົງ​ເງິນ​ການ​ຄ້າ 2 ສົ້ນ, ​ເມື່ອ​ການ​ພົວພັນ​​ລະຫວ່າງ​ 2 ປະ​ເທດເລີ່​ມ​ຫັນເປັນ​ປົກກະຕິ ​ຈາກ​ຕົວເລກ 0, ມາ​ຮອດ​ປະຈຸ​ບັນ​ໄດ້​ຂຶ້ນ​ເຖິງ 25 ຕື້ USD ​ແລະ ຈະ​ສືບ​ຕໍ່​ເຕີບ​ໂຕ​ໃນ​ແຕ່​ລະ​ປີ, ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ກາລະ​ໂອກາດ​ລົງທຶນ​ໃຫ້​ປະຊາຊົນ 2 ປະ​ເທດ. ດ້ວຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຈາກ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງ ຕະຫຼອດ​ຮອດ​ການ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ ຢູ່​ທະ​ເລ​ຕາ​ເວັນ​ອອກ”.

ຂ່າວ/ບົດ​ອື່ນ