ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກອນຕຸມ

ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງກອນຕຸມ    - ảnh 1
​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍກອນຕຸມ


(vovworld)- ວັນ​ທີ 16/3, ຢູ່​ແຂວງກອນຕຸມ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍກອນຕຸມຄື​ວັນ​ທີ 16/3. 40 ປີ​ທີ່​ຜ່ານ​ມາ, ກອງ​ທັບ ແລະ ປະ​ຊາ​ຊົນກອນຕຸມ ໄດ້​ພະ​ຍາຍາມບືນ​ຕົວ​ຂຶ້ນ​ໃນ​ການ​ອອກ​ແຮງ​ງານ,  ທຳ​ການ​ຜະ​ລິດ, ອັນ​ຍາດໄດ້​ບັນ​ດາ​ຜົນ​ງານ​ທີ່​ໃຫຍ່ຫຼວງ.  ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽວັນ​ຮຸ່ງ ເລ​ຂາ​ພັກ​ແຂວງໆກອນຕຸມ ຕີ​ລາ​ຄາ​ວ່າ :

   “ 40 ປີ​ທີ່​ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ, ແຕ່​ບັນ​ດາ​ວິ​ລະ​ກຳ​ທີ່​ລື​່ຊາ​ຜາ​ກົດ ແລະ ການ​ອຸ​ທິດ​ສ່ວນ, ເສຍ​ສະຫຼະ​ອັນ​ສູງສົ່ງ​ຂອງ​ທັງ​ລຸ່ນພໍ່​ລຸ່ນ​ອ້າຍ​ໃຫ້​ເຂດ​ດິນນີ້ ຈະ​ໄດ້​ຈາ​ລຶກ​ໄວ້​ເຂົ້າ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ. ຊາວ​ຫວຽດ​ນາມ​ແຕ່ລະ​ຄົ​ນ​ຕ້ອງ​ອອກ​ແຮງ​ປົກ​ປັກ​ຮັກ​ສາ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ ແລະ ຄຸນ​ຄ່າ​ອັນ​ໝັ້ນ​ຄົງຂອງວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ”.

    ແລະ ກໍ​ເພື່ອ​ມຸ່ງ​ໄປ​ສູ່​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ຢາ​ລາຍ​ຄື​ວັນ​ທີ 17/3, ວັນ​ທີ 16/3, ຫໍ​ພິ​ພິ​ທະ​ພັນ​ແຂວງ ໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ຂໍ້ “ ແຂວງ​ຢາ​ລາຍ 40 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ”.
ຂ່າວ/ບົດ​ອື່ນ