ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຝຣັ່ງ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຝຣັ່ງ - ảnh 1
ການສະແດງສິລະປະທີ່ການສະເຫຼີມສະຫຼອງ
(ພາບ: baothainguyen.org)

(vovworld) - ຕອນ​ບ່າຍ​ວັນ​ທີ 10/4, ຢູ່ ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ຝຣັ່ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ຝຣັ່ງ (12/04/1973 – 12/04/2013). ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​​ແທນ​ໄດ້​ຫວນ​ຄືນ​ບັນດາ​ບາດກ້າວ​ພັດທະນາ​​ເປັນ​ໜ້າ​ຊື່​ນຊົມ​ໃນ​ການ​ພົວພັນ ຫວຽດນາມ - ຝຣັ່ງ. ມາ​ຮອດ​ປະ​ຈຸ​ບັນ, ຝຣັ່ງ ​ແມ່ນ​ຄູ່ຮ່ວມ​ມື ​ເອີ​ລົບ ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ດ້ວຍວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 3,2 ຕື້ USD ​ແລະ ເງິນ​ລົງທຶນ​ໂດຍ​ກົງ

 ບັນລຸ 3,14 ຕື້ USD. 2 ປະ​ເທດ​ພວມ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ຄົມມະນາຄົມ - ຂົນ​ສົ່ງ ​ແລະ ການບິນ. ມີ​ຫຼາຍ​ໂຄງການ​ຮ່ວມ​ມື​ລະ​ຫວ່າງ ຝຣັ່ງ ​- ຫວຽດນາມ ​ໃນ​ຂົງ​ເຂດ​ອື່ນ​ຄື: ການ​ສຶກສາ, ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຢີ, ການ​ຮ່ວມ​ມື …ໄດ້ ​ແລະ ພວມ​​ໄດ້​ຮັບ​ການ​ສົມທົບ​ກັນ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ນະ​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ Jean Noel Poirier ຢືນຢັນ​ວ່າ:

“ຫວຽດນາມ ມີ​ທີ່​ຕັ້ງ​ພິ​ເສດ​ໃນ​ນ້ຳ​ໃຈ​ຂອງ​ປະຊາຊົນ ຝຣັ່ງນັບທັງ​​ໃນປະຈຸ​ບັນ ​ແລະ ​ໃນອະ​ດິດຕະການ. ພວກ​ເຮົາ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາ​​ມ - ຝຣັ່ງ ​ແຕ່​ຄວາມ​ຈິງ​ແລ້ວ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ມາ​ແຕ່​ດົນ​ນານ. ປະ​ເທດ ຝຣັ່ງ ​ເຂົ້າ​ໃຈ​ແຈ້ງ​ຄວາມ​ສຳຄັນ​ຂອງ​ປີ 1973 ​ໃນປະຫວັດສາດ​ຂອງ ຫວຽດນາມ. ດັ່ງ​ນັ້ນ, 2 ປະ​ເທດພວກ​ເຮົາ​ຈຶ່ງຕົກລົງ​ຈັດ​ຕັ້ງ​ປີ ຝຣັ່ງ - ຫວຽດນາມ”

 

ຂ່າວ/ບົດ​ອື່ນ