(vovworld) – ວັນທີ 7/5, ແມ່ນວັນສະເຫຼີມສະຫຼອງ 58 ປີແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຟູ໋, ໃນໜ້າທຳອິດຂອງໜັງສືພິມ ກວນໂດ້ຍເຍີນເຢີນ ສຽງຂອງກອງທັບປະຊາຊົນຫວຽດນາມ ໄດ້ມີບົດນຳຢືນຢັນ ໄຊຊະນະດ້ຽນບຽນຟູ໋ ປີ 1954 ແມ່ນໄຊຊະນະອັນ ສະຫງ່າລາສີໃນປະຫວັດສາດຂອງຊາດຫວຽດນາມ. ບົດນຳໄດ້ເນັ້ນໜັກວ່າ: 58 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ໄຊຊະນະ ດ້ຽນບຽນຟູ໋ ຍັງຄົງແມ່ນບົດເພງໄຊອັນຍອດຢ້ຽມກ່ຽວກັບນ້ຳໃຈ ແລະ ເຈດຈຳນົງສູ້ຮົບ, ຕັດສິນໃຈຍາດເອົາໄຊຊະນະໃຫ້ໄດ້, ກ່ຽວກັບພູມປັນຍາ ແລະ ຄຸນນະທາດຂອງຊາວຫວຽດນາມໃນການຕໍ່ສູ້ປະຕິວັດຕະຫຼອດໄປ. ໄຊຊະນະດ້ຽນບຽນຟູ໋ ໄດ້ຮັບການບັນທຶກໃນປະຫວັດສາດຂອງໂລກ ຄືດັ່ງວິລະກຳທີ່ສະຫງ່າລາສີ, ບຸກທະລຸເຂົ້າກຳແພງຂອງລັດທິລ່າເມືອງຂຶ້ນ. ໄຊຊະນະ ດ້ຽນບຽນຟູ໋ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດໃນການນຳພາທີ່ສະຫຼາດສອດໃສ, ປີຊາສາມາດຂອງພັກກອມມູນິດຫວຽດນາມ ແລະ ທ່ານປະທານໂຮ່ຈີມິນໃນການຕໍ່ຕ້ານຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ. ໜັງສືພິມ ຮ່າໂນ້ຍເໝີຍ (ແປ່ວ່າຮ່າໂນ້ຍໃໝ່), ໜັງສືພິມ ເຍີນເຢີນ ສຽງຂອງພັກກອມມູນິດຫວຽດນາມ ສະບັບອອກວັນທີ 7/5 ກໍໄດ້ມີບົດຂຽນກ່ຽວກັບດິນແດນປະຫວັດສາດວິລະຊົນ ດ້ຽນບຽນຟູ໋ ມີການປ່ຽນແປງ ແລະ ພັດທະນາເທື່ອລະກ້າວ, ແລະ ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງພັກ ແລະ ລັດ ທີ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດດິນແດນແຫ່ງປະຫວັດສາດ ດ້ຽນບຽນຟູ໋ ຜ່ານບັນດາການເຄື່ອນໄຫວຄື: ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວທີ່ເຄີຍເຂົ້າຮ່ວມບັ້ນຮົບ ດ້ຽນບຽນຟູ໋. ເນື່ອງໃນໂອກາດນີ້, ໜັງສືພິມ ເຍີນເຢີນ ຍັງແນະນຳປື້ມ Vo Nguyen Giap ທີ່ຂຽນກ່ຽວກັບຊີວິດ ແລະ ພາລະກິດຂອງທ່ານພົນເອກ Vo Nguyen Giap, ນັກການທະຫານທີປີຊາສາມາດຂອງຊາດຫວຽດນາມໃນສະຕະວັດທີ 20.