ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງຮຽນພາກໃຕ້ ຢູ່ພາກເໜືອ

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງໂຮງຮຽນພາກໃຕ້ ຢູ່ພາກເໜືອ - ảnh 1
(ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງໂຮງຮຽນ​ພາກ​ໃຕ້ ຢູ່ພາກ​ເໜືອ)

(vovworld) – ຕອນ​ເຊົ້າ​ວັນ​ທີ 14/12, ຢູ່​ຮ່າ​ໂນ​້ຍ, ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງໂຮງຮຽນ​ພາກ​ໃຕ້ ຢູ່ພາກ​ເໜືອ (1954 - 2014). ກ່ອນ​ນີ້ 60 ປີ, ພາຍຫຼັງ​ສັນຍາ ​ເຊີ​ແນວ, ປະຕິບັດ​ແຜນນະ​ໂຍບາຍ​ຂອງ​ລຸ່ງ​ໂຮ່, ສູນ​ກາງ​ພັກ ​ແລະ ລັດຖະບານ, ລະບົບ​ໂຮງຮຽນ​ພາກ​ໃຕ້​ຫວຽດນາມ ຢູ່​ພາກ​ເໜືອ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ມີ​ນັກຮຽນ 32.000 ຄົນ ​ເຊິ່ງ​ເປັນ​ລູກ​ຂອງ​ພະນັກງານ​ປະຕິວັດ​ເຂດພາກ​ໃຕ້ ​ໄດ້​ສົ່ງມາ​ພາກ​ເໜືອ ​ເພື່ອ​ຮໍ່າຮຽນ ​ແນ​ໃສ່​ຮັບ​ໃຊ້​ໃຫ້​ພາລະກິດ​ປົດ​ປ່ອຍ, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ.

        “ຮູບ​ແບບ​ໂຮງຮຽນ​ພາກ​ໃຕ້ ຢູ່​ພາກ​ເໜືອ ​ໂຄງ​ຕົວ​ໃນ​ໄລຍະ 20 ກວ່າ​ປີ, ​ແຕ່​ບັນດາ​ຜົນງານ ​ແລະ ບົດຮຽນ​ຂອງ​ໂຮງຮຽນ​ໃນ​ການ​ປະຕິບັດ​ຈຸດໝາຍ​ສຶກສາ, ບຳລຸງ​ສ້າງ, ວິທີ​ສິດສອນ, ຮໍ່າຮຽນ, ປະຕິບັດ​ຫຼັກການ​ສຶກສາ​ຮອບດ້ານ ຮໍ່າຮຽນ​ພ້ອມ​ກັບການ​ປະຕິບັດ, ​ໂຮງຮຽນ​ຕິດ​ພັນ​ກັບ​ສັງຄົມ… ​ເລື່ອງ​ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງ​ຄູ​ສອນ ​ແລະ ນັກຮຽນ, ​ແຂ່ງຂັນ​ສອນ​ດີ, ຮຽນ​ເກັ່ງ​ແມ່ນ​ມີຜົນ​ປະ​ໂຫຍ​ດ ຕ້ອງ​ໄດ້​ຮັບ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາ​ຍ.”

ຂ່າວ/ບົດ​ອື່ນ