ສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະການຕໍ່ສູ່ຄັ້ງທຳອິດຂອງທະຫານເຮືອປະຊາຊົນ ຫວຽດນາມ

(VOVWORLD) - ໄຊຊະນະໃນວັນທີ 02 ແລະ 05 ສິງຫາ 1964 ແມ່ນສັນຍາລັກຂອງເຈດຈຳນົງທີ່ກ້າແກ່ນ, ບໍ່ຍອມຈຳນົນຂອງ ຫວຽດນາມ ຕະຫຼອດໄປ.
ສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະການຕໍ່ສູ່ຄັ້ງທຳອິດຂອງທະຫານເຮືອປະຊາຊົນ ຫວຽດນາມ - ảnh 1(ທ່ານພົນໂທ ຟ້າມຮ່ວາຍນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)

        ຕອນເຊົ້າວັນທີ 02 ສິງຫາ, ຢູ່ ຫາຍຟ່ອງ, ຄະນະພັກ, ກອງບັນຊາການທະຫານເຮືອ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີການຕໍ່ສູ້ຍາດໄດ້ໄຊຊະນະຄັ້ງທຳອິດຂອງທະຫານເຮືອປະຊາຊົນ ຫວຽດນາມ ແລະ ທະຫານ, ປະຊາຊົນທາງພາກເໜືອ (ວັນທີ 02 ແລະ 05 ສິງຫາ 1964 – ວັນທີ 02 ແລະ 05 ສິງຫາ 2024).

        ທີ່ພິທີສະເຫຼີມສະຫຼອງ, ທ່ານພົນໂທ ຟ້າມຮ່ວາຍນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ, ໄຊຊະນະໃນວັນທີ 02 ແລະ 05 ສິງຫາ 1964 ແມ່ນສັນຍາລັກຂອງເຈດຈຳນົງທີ່ກ້າແກ່ນ, ບໍ່ຍອມຈຳນົນຂອງ ຫວຽດນາມ ຕະຫຼອດໄປ. ຕໍ່ໜ້າຄວາມຮຽກຮ້ອງຂອງທະຫານເຮືອປະຊາຊົນ ຫວຽດນາມ ໃນສະພາບການໃໝ່, ທ່ານພົນໂທ ຟ້າມຮ່ວາຍນາມ, ເນັ້ນໜັກວ່າ:

        “ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ບັນດາບົດຮຽນຈາກໄຊຊະນະຄັ້ງທຳອິດ, ເພີ່ມທະວີການຊີ້ນຳ, ນຳພາ, ຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດແຜນນະໂຍບາຍຂອງພັກ, ລັດກ່ຽວກັບການທະຫານປ້ອງກັນຊາດ ແລະ ການປົກປັກຮັກສາປະເທດຊາດຢ່າງເຂັ້ມງວດ, ໂດຍສະເພາະແມ່ນຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຕາມມະຕິສູນກາງພັກຄັ້ງທີ 8 ຊຸດທີ 13. ສຸມໃສ່ສ້າງທະຫານໃຫ້ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ຍາມໃດກໍ່ຢືດໝັ້ນ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ, ປະຊາຊົນ, ພ້ອມແລ້ວຈະຕໍ່ສູ້, ເສຍສະຫຼະຊີວິດເພື່ອຊາດ ເພື່ອປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດໄວ້ຢ່າງໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ