ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຮຸງກາຣີ

ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຮຸງກາຣີ - ảnh 1
(ພາບປະກອບ)

(vovworld) – ​​ພິທີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຮຸ​ງກາຣີ (03/02/1950 – 03/02/2015), ​ໂດຍ​ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດ​ຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຮຸງ​ກາຣີ ນະຄອນ​​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 04/02, ຢູ່​ນະຄອນ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ຮົ່ງລິ້ງ, ຫົວ​ໜ້າ​ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກວ່າ ​​ໃນ​ຂອບ​ເຂດ​ການ​ຮ່ວມ​ມື 2 ຝ່າຍ, ຍາມ​ໃດນະຄອນ​ໂຮ່ຈິ​ມິນ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ຮຸງ​ກາຣີ. ນະ​ຄອນ​ມີ​ການ​ສົມທົບ​ກັນ​ຫຼາຍ​ດ້ານ​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຮຸງ​ກາຣີ, ພິ​ເສດ​​ມີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ກັບ​ນະຄອນຫຼວງ Budapest. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຈະ​ສືບ​ຕໍ່​ກໍ່ສ້າງ, ຊຸ​ກຍູ້ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ​ເລິກ​ເຊິ່ງ ​ແລ​ະ ກວ້າງຂວາງ​ກັບ​ຮຸງ​ກາຣີ ຍິ່ງກວ່າ​ອີກ.

        ສ່ວນ​ທ່ານ​ນາງ Torda Eszter, ​ເອກ​ອັກຄະ​ລັດຖະທູດ​ຮຸງ​ກາຣີ ປະຈຳ​ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາຊົນ​ທັງ 2 ປະ​ເທດ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ສືບ​ຕໍ່​ສ້າງ, ປັບປຸງ, ​ເພີມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນໄປ​ຊົ່ວ​ກາລະ​ນານ.

ຂ່າວ/ບົດ​ອື່ນ