ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງ ສາສະໜາພຸດນິກາຍຮ່ວາຫາວ

ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງ ສາສະໜາພຸດນິກາຍຮ່ວາຫາວ  - ảnh 1
ສະ​ເຫຼີ​ມສະຫຼອງ 73 ປີ​ແຫ່ງ​ວັນສ້າງ​ຕັ້ງ ສາ​ສະໜາພຸດນິກາຍຮ່ວາ​ຫາວ
(ພາບ: angiang.gov.vn)

(vovworld) - ​ໂດຍ​ສະ​ເຫຼີ​ມສະຫຼອງ 73 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາສະໜາພຸດນິກາຍ ຮ່ວາ​ຫາວ (18/5/1939 – 18/5/2012 ​ໄລ່​ຕາມ​ຈັນທະ​ປະຕິທິນ), ​ໃນ​ວັນ​ທີ 4 ​ແລະ 5/7, ຜູ້ຕາງໜ້າ​ຄະນະ​ສາສະໜາ​ລັດຖະບານ, ກົ​ມປ້ອງ​ກັນ​ຄວາມ​ສະຫງົບ (ສັງກັດ​ກະຊວງ​ຕຳຫຼວດ​ຫວຽດນາມ), ​ທະຫານ​ເຂດ 9 ​ແລະ ການ​ນຳ​ແຂວງ ອານ​ຢາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ສາສະໜາພຸດນິກາຍ ຮ່ວາ​ຫາວ ຢູ່​ນະຄອນ ລອງ​ຊວຽນ, ​ເມືອງ ຟູ໋​ເຕີນ, ​​ເຈົາຟູ໋ ​ແລະ ຕາ​​ແສງ ​​ເຕີນ​ເຈົາ (​ແຂວງ ອານ​ຢາງ). ຢູ່​ສະຖານ​ທີ່​ລົງ​ຢ້ຽມຢາມ​ຕ່າງໆ, ຜູ້​ຕາງໜ້າ​ຂອງ​ຄະນະ​ໄດ້​ອວຍພອນ, ຢື້​ຢາມຖາມ​ຂ່າວ​ຊີວິດ​ການ​ເປັນ​ຢູ່ ​ແລະ ອວຍພອນ​ສຸຂະພາບ​​ໃຫ້​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ​ພ້ອມ​ກັບ​ສາສະນິກກະ​ຊົນ​ສາສະໜາ​ພຸດນິກາຍ ຮ່ວາ​ຫາວທັງ​ໝົດ, ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ບັນດາຜູ້​ມີ​ຍົດ​ຖາ​ບັນດາສັກ​ໃນ​​ໄລ​ຍະ​ຜ່ານ​ມາ​ໄດ້​ປະຕິບັດ​ຄວາມ​ຮັບຜິດຊອບ, ​ແນະ​ນຳ​ໃຫ້​ສາສະ​ນິກກະ​ຊົນ​ປະຕິບັດ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ, ລັດ ​ແລະ ສິດ​ເສລີ​ໃນ​ການ​​ເຫຼື​້ອມ​ໃສ​ສາສະໜາ​ຖືກຕ້ອງຕາມ​ກົດໝາຍ​ຂອງ​ຫວຽດນາມ, ບັນດາ​ໂຄງການວຽກ​ງານ​ດ້ານ​ສາສະໜາ​​, ຕັ້ງໜ້າ​ຮ່ວມ​ມື​ພ້ອມ​ກັບ​ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່​ນ ​ແລະ ບັນດາ​ສາສະໜາ ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ດ້ວຍ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ເຊິ່ງ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ.

 

ຂ່າວ/ບົດ​ອື່ນ