(ພາບອິນເຕີແນັດ)
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງແຂວງ ບັກຢາງ, ທີ່ດຳເນີນໃນຕອນຄ່ຳວັນທີ 9/10 ຢູ່ນະຄອນ ບັກຢາງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາຜົນງານເຊິ່ງແຂວງ ບັກຢາງ ບັນລຸໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ: ບັກຢາງ ແມ່ນແຂວງພູພຽງໃນເຂດພູດອຍ, ມີທີ່ຕັ້ງຍຸດທະສາດເສດຖະກິດ - ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ຊາວ ບັກຢາງ ມີມູນເຊື້ອມັກຮຽນ, ດຸໝັນຂະຫຍັນພຽນ, ອົງອາດກ້າແກ່ນໃນການຕໍ່ສູ້ປົດປ່ອຍປະເທດຊາດ. ໃນໄລຍະປ່ຽນໃໝ່, ປະຊາຊົນບັນດາເຜົ່າແຂວງ ບັກຢາງ ສືບຕໍ່ບັນລຸໄດ້ບັນດາຜົນງານສຳຄັນໃນການພັດທະນາເສດຖະກິດ - ສັງຄົມ; ວຽກງານກໍ່ສ້າງພັກ, ອຳນາດການປົກຄອງ, ແນວໂຮມປະຊາຊົນໄດ້ຮັບການປັບປຸງຢ່າງໝັ້ນຄົງເຂັ້ມແຂງ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ໃນໄລຍະຈະມາເຖິງ ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫລາຍຢ່າງ, ແຂວງ ບັກຢາງ ຕ້ອງປະຕິບັດມາດຕະການຍູໄວການເຕີບໂຕເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງຄົບຊຸດ, ດຶງດູດແຫຼ່ງກຳລັງ, ແກ້ໄຂຄວາມຫຍຸງຍາກ, ຍົກສູງສະມັດຕະພາບຄຸນນະພາບປະສິດທິຜົນການຜະລິດກະສິກຳເປັນສິນຄ້າ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ພັດທະນາຕົວເມືອງໃຫ້ໝັ້ນຄົງ.