ສະເຫຼີມສະຫຼອງ60 ປີ ແຫ່ງວັນໜັງສືພິມ ຕຽນຟອງອອກສະບັບທຳອິດ
(ພາບ: vov)
(vovworld)- ວັນທີ 15/11, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ ສະເຫຼີມສະຫຼອງ 60 ປີແຫ່ງວັນໜັງສືພິມຕຽນຟອງ ແປ່ວ່ານຳໜ້າ ອອກສະບັບທຳອິດ, ທ່ານດິງເທຮິງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີວ່າ: ໃນໄລຍະພັດທະນາໃໝ່, ໜັງສືພິມຕຽນຟອງຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ວາກ່ຽວກັບທີ່ຕັ້ງ, ບົດບາດສຳຄັນທີ່ສຸດຂອງອົງການກະບອກສຽງຂອງຊາວໜຸ່ມ:
“ໜັງສືພິມຕຽນຟອງໄດ້ຕິດພັນກັບຄວາມຮຽກຮ້ອງໜ້າທີ່ການເມືອງໃນໄລຍະປະຕິວັດ, ໂດຍສະເພາະແມ່ນຄວາມຮຽກຮ້ອງຂອງວຽກງານຊາວໜຸ່ມ, ຂົນຂວາຍຊາວໜຸ່ມ, ກຳ ແລະ ສ່ອງແສງຄວາມໃນໃຈ, ຄວາມມຸ່ງຫວັງອັນຊອບທຳຂອງໄວໜຸ່ມຢ່າງທັນການ, ຂົນຂວາຍຊາວໜຸ່ມຈົ່ງຮັກພັກດີຕໍ່ພັກ, ອຸດທິດສ່ວນໃຫ້ແກ່ ປຊຊ“